ກອງປະຊຸມເປີດບັ້ນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມກະຊວງຍຸຕິທໍາ ປະຈໍາປີ 2017
Submitted by xaiyphimphone on
ໃນວັນທີ 13 ກໍລະກົດ 2017 ທີ່ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມເປີດບັ້ນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມກະຊວງຍຸຕິທໍາ ປະຈໍາປີ 2017. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ເສີມສຸກ ສິມພະວົງ ຮອງລັດ ຖະມົນຕີກະຊວງຍຸຕິທໍາ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ມີຄະນະຊາວໜຸ່ມກະຊວງຍຸຕິທໍາ, ເລຂາໜ່ວຍ ແລະ ຮາກຖານ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມຢ່າງພ້ອມພຽງ.