ກອງປະຊຸມເປີດບັ້ນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມກະຊວງຍຸຕິທໍາ ປະຈໍາປີ 2017

     ໃນວັນທີ 13 ກໍລະກົດ 2017 ທີ່ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມເປີດບັ້ນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມກະຊວງຍຸຕິທໍາ ປະຈໍາປີ 2017. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ເສີມສຸກ ສິມພະວົງ  ຮອງລັດ ຖະມົນຕີກະຊວງຍຸຕິທໍາ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ມີຄະນະຊາວໜຸ່ມກະຊວງຍຸຕິທໍາ, ເລຂາໜ່ວຍ ແລະ ຮາກຖານ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນ​ພິທີ​ ທ່ານ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ ​ໄດ້​ຂຶ້ນ​ຜ່ານບົດສະ ຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2016 ແລະ ທິດທາງແຜນການປະຈໍາປີ 2017 ຊຶ່​ງ​ໄດ້​ຍົກ​ໃຫ້ເຫັນຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ລະຍະ 1 ປີຜ່ານ​ມາ​, ມີ​ທັງ​ຈຸດ​ດີ ​ແລະ ຂໍ້ຄົງຄ້າງ ​ພ້ອມ​ທັງກຳນົດ​ທິດ​ທາງ​​ແຜນການ​ວຽກງານໃນ​ຕໍ່ໜ້າ. ຄະນະຊາວໜຸ່ມກະຊວງຍຸຕິທໍາ ແມ່ນອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ ແລະ ຮອບດ້ານຈາກອົງຄະນະພັກກະຊວງຍຸຕິທໍາ. ຄະນະບໍລິຫານງານຊາວໜຸ່ມ ປປ ລາວ ກະຊວງຍຸຕິທໍາ ປະກອບມີ 9 ສະຫາຍ, ຍິງ 1 ສະຫາຍ, ມີຄະນະປະຈໍາ 5 ສະ ຫາຍ. ມີ 11 ໜ່ວຍຊາວໜຸ່ມ ແລະ 1 ໜ່ວຍຊາວ ໜຸ່ມຮາກຖານຂຶ້ນກັບ, ນອກນັ້ນ ຍັງມີ 1 ຫ້ອງການຊ່ວຍວຽກ, ມີສະມາຊິກຊາວໜຸ່ມ ທັງໝົດ 338 ສະຫາຍ, ຍິງ 131 ສະຫາຍ. ໃນນັ້ນ, ເປັນສະມາຊິກພັກ 125 ສະຫາຍ, ຍິງ 53 ສະຫາຍ, ເປັນສະມາຊິກແມ່ຍິງ 118 ສະ ຫາຍ, ເປັນສະມາຊິກກໍາມະບານ 338 ສະຫາຍ.

     ລະຍະ 1 ປີຜ່ານມາ ໄດ້ຈັດຕັ້ງປະຕິບັດສໍາເລັດ 6 ວຽກງານໃຫຍ່ຄື: ວຽກງານສຶກສາອົບຮົມການເມືອງແນວຄິດ, ການເຄື່ອນໄຫວວຽກງານວິຊາສະເພາະ, ວຽກງານຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ປປ ລາວ ວຽກງານປັບປຸງການຈັດຕັ້ງ ແລະ ກໍ່ສ້າງສະມາຊິກ, ວຽກງານຂະບວນການ ແລະ ສະຫວັດດີການສັງຄົມ, ວຽກງານປ້ອງກັນຄວາມສະຫງົບ. ສະເພາະວຽກງານວິຊາສະເພາະ ໃນນີ້ທີ່ພົ້ນເດັ່ນ ກໍແມ່ນການຄັດເລືອກຜົນງານ ປະຈໍາປີ 2016 ໃນວັນທີ 7/7/2017 ນີ້ ສະມາຊິກຊາວໜຸ່ມ ໄດ້ຮັບໃບຍ້ອງຍໍ ຈໍານວນ 131 ສະຫາຍ, ຍິງ 48 ສະຫາຍ, ໄດ້ຮັບໃບຊົມເຊີຍ 206 ສະຫາຍ, ຍິງ 83 ສະຫາຍ.

     ຕອນທ້າຍຂອງພິທີ ທ່ານ ປອ ເສີມສຸກ ສິມພະວົງ  ຮອງລັດຖະມົນຕີກະຊວງຍຸຕິທໍາ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງກ່ອນອື່ນກໍໄດ້ສະແດງຄວາມຊົມ ເຊີຍຜົນສໍາເລັດທີ່ຄະ ນະບໍລິຫານງານຊາວໜຸ່ມ ປປ ລາວ ກະຊວງຍຸຕິທໍາທີ່ຍາດມາໄດ້  ແລະ ໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຍົກສູງນໍ້າໃຈຮັກຊາດ, ຮັກ ລະບອບໃໝ່ ແລະ ມີແບບແຜນການດໍາລົງຊີວິດທີ່ສອດຄ່ອງກັບລະບຽບກົດໝາຍຂອງບ້ານເມືອງ.

ຂຽນຂ່າວ: ໄຊຍະສິດ    ຖ່າຍພາບໂດຍ: ສົມຫວັງ

ນັກຂ່າວກົົມໂຄສະນາເຜີຍແຜ່ກົດໝາຍ