ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ( ສະບັບປັບປຸງ)

ໃນວັນທີ 22 ມິຖຸນາ 2018 ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ແຍ່ງ​ທາງ​ດ້ານ​ເສດຖະກິດ (ສະບັບ​ປັບປຸງ) ພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ. ສຳລັບຮ່າງກົດໝາຍ ວ່າ​ດ້ວຍ​ ການ​ແກ້​ໄຂຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ (ສະບັບ​ປັບປຸງ) ​ປະກອບ​ມີ 11 ພາກ, 7 ໝວດ, 89 ມາດຕາ ​ ຊຶ່ງຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທຳ.

Subscribe to RSS - ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8