ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ( ສະບັບປັບປຸງ)

ໃນວັນທີ 22 ມິຖຸນາ 2018 ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ແຍ່ງ​ທາງ​ດ້ານ​ເສດຖະກິດ (ສະບັບ​ປັບປຸງ) ພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ. ສຳລັບຮ່າງກົດໝາຍ ວ່າ​ດ້ວຍ​ ການ​ແກ້​ໄຂຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ (ສະບັບ​ປັບປຸງ) ​ປະກອບ​ມີ 11 ພາກ, 7 ໝວດ, 89 ມາດຕາ ​ ຊຶ່ງຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທຳ.

ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນສະ​ເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າ​ດ້ວຍ ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ຊຶ່ງ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ເຫດຜົນ ​ແລະ ຄວາມ​ຈຳ​ເປັນ, ການ​ກະກຽມ ​​ທາງ​ດ້ານ​ໂຄງ​ປະກອບ​ຂອງ​ຮ່າງ​ກົດໝາຍ ສະບັບ​ປັບປຸງ​ນີ້ ​ໂດຍ​ລວມ​ແລ້ວ ​ແມ່ນ​ຍັງ​ຮັກສາ​ໂຄງ​ປະກອບ​ຂອງ​ກົດໝາຍສະບັບ​ປັດຈຸບັນ ທີ່​ມີ 11 ພາກ, 7 ໝວດ, 72 ມາດຕາ ​ແຕ່​ສັບ​ຊ້ອນ ພາກ​ທີ IV ​ແລະ ພາກ​ທີ V ຂຶ້ນ​ມາ​ເປັນ​ພາກທີ III, ພາກ​ທີ IV​ ແລະ ພາກ​ທີ III ມາ​ເປັນ​ພາກ​ທີ V  ສຳລັບ​ມາດຕາ ​ແມ່ນ​ໄດ້​ເພີ່ມ​ມາດຕາ​ຈຳນວນໜຶ່ງຈາກ 72 ມາດຕາ ມາ​ເປັນ 89 ມາດຕາ, ​ໃນ​ນີ້ ​ໄດ້​ປັບປຸງ 55 ມາດຕາ, ສ້າງ​ໃໝ່ 17 ມາດຕາ ​ແລະ ອີກ 17 ມາດຕາ ຮັກສາ​ໄວ້​ຄື​ເກົ່າ ສຳລັບການຄາດ​ຄະ​ເນ​ຜົນ​ໄດ້​ຮັບ​ຈາກ​ການ​ປັບປຸງ​ກົດໝາຍ ສະບັບດັ່ງກ່າວນີ້ ຈະ​ເຮັດ​ໃຫ້​ຂັ້ນ​ຕອນ​ຂອງ​ການ​ພິຈາລະນາ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ​ມີ​ຄວາມ​ວ່ອງ​ໄວ, ພ້ອມ​ທັງສອດ ຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ເຮົາ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ ​ແລະ ສາມາດ​ເຊື່ອມ​ໂຍງ​ກັບ​ສາກົນ, ທັງ​ສອດຄ່ອງ​ກັບຫຼັກການ​ຂອງ ສົນທິສັນຍາ ທີ່ ສປປ ລາວ ​​ເປັນ​ພາຄີ ພ້ອມທັງເປັນການສ້າງຄວາມໝັ້ນໃຈໃຫ້ນັກທຸລະກິດ​ຕໍ່ລະບົບກົດໝາຍ ແລະ ຍົກສູງບົດບາດການຊີ້ນຳ-ນຳພາຂອງພັກຕໍ່ວຽກງານກົດໝາຍ ແລະ ຍຸຕິທຳ ຊຶ່ງຈະເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດໃນພາກພື້ນ ແລະ ສາກົນຫຼາຍຂຶ້ນ. 

ຈາກນັ້ນທ່ານປະທານກອງປະຊຸມ ກໍໄດ້ມີຄຳຖາມເຈາະຈີ້ມ ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດປະກອບຄຳເຫັນຢ່າງມີຈຸດສຸມ ໂດຍສະເພາະ​ ​ແມ່ນຄະນະ​ໄກ່​ເກ່ຍ ຕາມ​ທີ່​ກຳນົດ​ໄວ້​ໃນ​ມາດຕາ 3 ຂໍ້ 4 ນັ້ນ ​​ເຫັນ​ວ່າ​ເໝາະສົມ​ແລ້ວ​ບໍ່? ການ​ເລືອກ ​ແລະ ການ​ແຕ່ງ​ຕັ້ງ​ຜູ້​ຕັດ​ສີນ ​ຫຼື ຄະນະ​ກຳມະການ​ຕັດ​ສີນ ຕາມ​ທີ່​ກຳນົດ​ໄວ້​ໃນ​ມາດຕາ 35 ນັ້ນ​​ໄດ້​ກຳນົດ​ໃຫ້​ມີ​ການ​ເລືອກ​ຜູ້​ຕັດ​ສີນ 1-3 ຄົນ​ເຫັນ​ວ່າ​ສອດຄ່ອງ ​ແລະ ​ແທດ​ເໝາະ​ແລ້ວ​ບໍ່? ​ເພາະວ່າ​ກົດໝາຍສະບັບ ​ປັດຈຸບັນ ​ແມ່ນ​ກຳນົດ​ໃຫ້​ມີ​ຜູ້​ຕັດສິນ​ແຕ່​ສາມ​ຄົນ​ຂຶ້ນ​ໄປ ພ້ອມ​ດຽວກັນ​ນັ້ນ ທ່ານ​ປະ​ທ່ານ​ກອງ​ປະຊຸມ​ກໍ​ໄດ້​ໃຫ້​ຄວາມ​ສົນ​ໃຈຕໍ່​ມາດຕາ 52, 63, 67 ​ແລະ ມາດຕາ​ອື່ນ​ຕື່ມ​ອີກ. 

ຫຼັງຈາກນັ້ນບັນດາທ່ານສະມາຊິກແຫ່ງຊາດກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບ​ປັບປຸງ​ດັ່ງກ່າວ ໂດຍໄດ້ລົງເລິກໃສ່ມາດຕາຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ແລະ ມາດຕາທີ່ເຫັນວ່າຍັງບໍ່ທັນຈະແຈ້ງຊັດເຈນ.

ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ສະບັບ​ປັບປຸງ ແລ້ວ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ຫົວໜ້າຄະນະຮັບຜິດຊອບຮ່າງກົດໝາຍ ວ່າ​ດ້ວຍ ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ (ສະບັບ​ປັບປຸງ) ກໍໄດ້ຊີ້ແຈງ ແລະ ຕອບຂໍ້​ຊັກຖາມຂອງສະມາຊິກສະພາແຫ່ງຊາດ.

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍໄດ້ສັງລວມໂດຍຫຍໍ້ກ່ຽວກັບຄຳເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ.

ຫຼັງຈາກນັ້ນສະມາຊິກສະພາແຫ່ງຊາດກໍໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍ ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ (ສະບັບ​ປັບປຸງ)  ຊຶ່ງໄດ້ຮັບການຮັບຮອງດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

 

ຂ່າວ: ອ່ອນ​ຄໍາ   ພາບ: ສົມ​ຫັວງ     ສະພາແຫ່ງຊາດ, ວັນທີ 22 ມິຖຸນາ 2018