ກອງປະຊຸມປຶກສາຫາລື (ຮ່າງ) ດໍາລັດວ່າດ້ວຍ ຕໍາແໜ່ງວິຊາການຄູ

ກອງປະຊຸມປຶກສາຫາລື (ຮ່າງ) ດໍາລັດວ່າດ້ວຍ ຕໍາແໜ່ງວິຊາການຄູ

ໃນຕອນເຊົ້າຂອງວັນທີ 25 ມັງກອນ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລື (ຮ່າງ) ດຳລັດ ວ່າດ້ວຍຕໍາແໜ່ງວິຊາການຄູຢູ່ສະຖາບັນການສືກສາຊັ້ນສູງ (ສະບັບປັບປຸງ) ໃຫ້ກຽດເປັນປະທານໂດຍ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມ ກະຊວງສືກສາທິການ ແລະ ກິລາ, ບັນດາທ່ານຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ມາຈາກພາກສ່ວນອື່ນ ແລະ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 3 ທ່ານ.

Subscribe to RSS - ກອງປະຊຸມປຶກສາຫາລື (ຮ່າງ) ດໍາລັດວ່າດ້ວຍ ຕໍາແໜ່ງວິຊາການຄູ