ກອງປະຊຸມປຶກສາຫາລື (ຮ່າງ) ດໍາລັດວ່າດ້ວຍ ຕໍາແໜ່ງວິຊາການຄູ

ໃນຕອນເຊົ້າຂອງວັນທີ 25 ມັງກອນ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລື (ຮ່າງ) ດຳລັດ ວ່າດ້ວຍຕໍາແໜ່ງວິຊາການຄູຢູ່ສະຖາບັນການສືກສາຊັ້ນສູງ (ສະບັບປັບປຸງ) ໃຫ້ກຽດເປັນປະທານໂດຍ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມ ກະຊວງສືກສາທິການ ແລະ ກິລາ, ບັນດາທ່ານຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ມາຈາກພາກສ່ວນອື່ນ ແລະ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 3 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເປັນການກວດກາ ຄວາມສອດຄ່ອງ ຕໍ່ (ຮ່າງ) ດຳລັດ ວ່າດ້ວຍຕໍາແໜ່ງວິຊາການຄູຢູ່ສະຖາບັນການສືກສາຊັ້ນສູງ (ສະບັບປັບປຸງ) ໂດຍສະເພາະ ການກໍານົດຫຼັກການ ແລະ ລະບຽບການ ກ່ຽວກັບຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ ເພື່ອເປັນບ່ອນອີງໃຫ້ແກ່ສະຖານການສືກສາຊັ້ນສູງ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຫຼັກການ ແລະ ລະບຽບການດັ່ງກ່າວ ໃຫ້ມີຄວາມເປັນເອກະພາບ, ມີຄຸນນະພາບ ແລະ ມີປະສິດທິຜົນສູງ ແນໃສ່ສົ່ງເສີມໃຫ້ຄູຢູ່ສະຖາບັນການສືກສາຊັ້ນສູງມີການພັດທະນາປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດແລະສາມາດເຊື່ອມໂຍງກັບພາກພື້ນແລະສາກົນ. 
ພາຍຫຼັງທີ່ໄດ້ຮັບຟັງການສະເໜີກ່ຽວກັບຈຸດປະສົງ, ຄວາມສຳຄັນ ຂອງ (ຮ່າງ) ດໍາລັດ ວ່າດ້ວຍຕໍາ ແໜ່ງວິຊາການຄູ, ຄະນະຮັບຜິດຊອບ (ຮ່າງ) ດຳລັດ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ (ຮ່າງ) ດໍາລັດ ເພື່ອເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້, ຊຶ່ງ (ຮ່າງ) ດໍາລັດ ວ່າດ້ວຍຕໍາແໜ່ງວິຊາການຄູຢູ່ສະຖາບັນການສືກສາຊັ້ນສູງ ປະກອບມີ 6 ໝວດ ແລະ 23 ມາດຕາ.
ຂ່າວ-ພາບ: ຂົນ ບຸນທິສານ

ປະເພດຂ່າວ: