ກອງປະຊຸມປຶກສາຫາລື ຄວາມສອດຄ່ອງ (ຮ່າງ) ກົດໝາຍວ່າດ້ວຍກິລາ-ກາຍຍະກຳ (ສະບັບປັບປຸງ)

ກອງປະຊຸມປຶກສາຫາລື ຄວາມສອດຄ່ອງ (ຮ່າງ) ກົດໝາຍວ່າດ້ວຍກິລາ-ກາຍຍະກຳ (ສະບັບປັບປຸງ)

ໃນຕອນເຊົ້າວັນທີ 9 ກັນຍາ 2019 ກະຊວງຍຸຕິທຳ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລື ຄວາມສອດຄ່ອງກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍກິລາ-ກາຍຍະກຳ ຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ເຂົ້າຮ່ວມມີ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ທ່ານ ແສງພອນ ພົມອາມາດ ຫົວໜ້າກົມກິລາລະດັບສູງ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການ ທັງສອງພາກສ່ວນເຂົ້າຮ່ວມຈຳນວນ 27 ທ່ານ, ຍິງ 8 ທ່ານ.

Subscribe to RSS - ກອງປະຊຸມປຶກສາຫາລື ຄວາມສອດຄ່ອງ (ຮ່າງ) ກົດໝາຍວ່າດ້ວຍກິລາ-ກາຍຍະກຳ (ສະບັບປັບປຸງ)