ກອງປະຊຸມປຶກສາຫາລື ຄວາມສອດຄ່ອງ (ຮ່າງ) ກົດໝາຍວ່າດ້ວຍກິລາ-ກາຍຍະກຳ (ສະບັບປັບປຸງ)

ໃນຕອນເຊົ້າວັນທີ 9 ກັນຍາ 2019 ກະຊວງຍຸຕິທຳ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລື ຄວາມສອດຄ່ອງກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍກິລາ-ກາຍຍະກຳ ຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ເຂົ້າຮ່ວມມີ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ທ່ານ ແສງພອນ ພົມອາມາດ ຫົວໜ້າກົມກິລາລະດັບສູງ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການ ທັງສອງພາກສ່ວນເຂົ້າຮ່ວມຈຳນວນ 27 ທ່ານ, ຍິງ 8 ທ່ານ.

ຈຸດປະສົງຂອງກົດໝາຍສະບັບນີ້ ແມ່ນເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການຕິດຕາມ, ການກວດກາ ແລະ ສົ່ງເສີມການເຄື່ອນໄຫວວຽກງານກິລາ-ກາຍຍະກຳ ເພື່ອເຮັດໃຫ້ວຽກງານດັ່ງກ່າວຂະຫຍາຍຕົວ, ມີຄຸນນະພາບ, ກ້າວໜ້າທັນສະໄໝ, ເສີມສ້າງບັນຍາກາດທີ່ສົດໃສໃນສັງຄົມ, ເຮັດໃຫ້ພົມລະເມືອງລາວມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ມີນ້ຳໃຈນັກກິລາ ແລະ ມີສະຕິຊາດ ແນໃສ່ພັດທະນາຊັບພະຍາກອນມະນຸດ ແລະ ຍົກຖານະບົດບາດຂອງຊາດ ເພີ່ມທະວີຄວາມສາມັກຄີ, ມິດຕະພາບ ສາມາດເຊື່ອມໂຍງກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນອກຈາກນັ້ນ, ຍັງເປັນການແກ້ໄຂບັນຫາການແບ່ງຂັ້ນຄວາມຮັບຜິດຊອບ ແລະ ການແບ່ງຂັ້ນການຄຸ້ມຄອງທີ່ຍັງມີຄວາມຊ້ຳຊ້ອນກັນ, ການແກ້ໄຂຂອດຈຳກັດ ກ່ຽວກັບນະໂຍບາຍດ້ານງົບປະມານ, ນະໂຍບາຍກ່ຽວກັບນັກຮຽນ-ນັກສຶກສາ ທີ່ເປັນນັກກິລາຂັ້ນທ້ອງຖິ່ນ ແລະ ນັກກິລາທີມຊາດ, ເປີດກວ້າງນະໂຍບາຍການສົ່ງເສີມພາກທຸລະກິດ ຂອງຜູ້ປະກອບການວຽກງານກິລາ-ກາຍຍະກຳ, ແກ້ໄຂພຶດຕິກຳທີ່ເປັນການລະເມີດຂໍ້ຫ້າມ ເປັນຕົ້ນ ການລົ້ມກິລາ, ການສວຍໃຊ້ໂອກາດສໍ້ໂກງໃນການເຄື່ອນໄຫວວຽກງານກິລາ-ກາຍຍະກຳ, ການໃຊ້ສານກະຕຸ້ນ ແລະ ປາກົດການຫຍໍ້ທໍ້ອື່ນໆ ທີ່ເກີດຂຶ້ນ.

(ຮ່າງ) ກົດໝາຍວ່າດ້ວຍກິລາ-ກາຍຍະກຳ ປະກອບດ້ວຍ 10 ພາກ, 23 ໝວດ ແລະ 121 ມາດຕາ. ຊຶ່ງໃນນັ້ນ ທ່ານປະທານກອງປະຊຸມ ກໍໄດ້ມີຄຳຖາມເຈາະຈີ້ມ ໃສ່ບາງມາດຕາ ເປັນຕົ້ນ ພາກທີ I ມາດຕາ 4; ພາກທີ II ມາດຕາ 20; ພາກທີ III ມາດຕາ 63, ມາດຕາ 71 ແລະ ພາກທີ IX ມາດຕາ 114. ເພື່ອເຮັດໃຫ້ກົດໝາຍສະບັບນີ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.

ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ