ກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງຮ່າງດຳລັດວ່າດ້ວຍ ການສ້າງສະຕິເຄົາລົບກົດໝາຍ

ກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງຮ່າງດຳລັດວ່າດ້ວຍ ການສ້າງສະຕິເຄົາລົບກົດໝາຍ

ຕອນເຊົ້າວັນທີ 5 ກຸມພາ 2019 ຢູ່ທີ່ໂຮງແຮມເຊດຖາປາຣັດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງຮ່າງດຳລັດວ່າດ້ວຍ ການສ້າງສະຕິເຄົາລົບກົດໝາຍ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ທ່ານ ສົມພູ ແກ້ວມູນມະນີ ທີ່ປຶກສາແຜນງານການມີສ່ວນຮ່ວມຂອງປະຊາຊົນໃນວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໂຄງການ (CEGGA), ຜູ້ຕາງໜ້າຈາກຫ້ອງວ່າການລັດຖະບານສຳນັກງານນາຍົກລັດຖະມົນຕີ, ກະຊວງຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ, ກົມໂຄສະນາອົບຮົມສູນກາງພັກ, ກົມກົດໝາຍ ແລະ ຄະນະຮັບຜິດຊອບເຂົ້າຮ່ວມລວມຈຳນວນ 20 ທ່ານ, ຍິງ 5 ທ່ານ.

Subscribe to RSS - ກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງຮ່າງດຳລັດວ່າດ້ວຍ ການສ້າງສະຕິເຄົາລົບກົດໝາຍ