ກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງຮ່າງດຳລັດວ່າດ້ວຍ ການສ້າງສະຕິເຄົາລົບກົດໝາຍ

ຕອນເຊົ້າວັນທີ 5 ກຸມພາ 2019 ຢູ່ທີ່ໂຮງແຮມເຊດຖາປາຣັດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງຮ່າງດຳລັດວ່າດ້ວຍ ການສ້າງສະຕິເຄົາລົບກົດໝາຍ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ທ່ານ ສົມພູ ແກ້ວມູນມະນີ ທີ່ປຶກສາແຜນງານການມີສ່ວນຮ່ວມຂອງປະຊາຊົນໃນວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໂຄງການ (CEGGA), ຜູ້ຕາງໜ້າຈາກຫ້ອງວ່າການລັດຖະບານສຳນັກງານນາຍົກລັດຖະມົນຕີ, ກະຊວງຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ, ກົມໂຄສະນາອົບຮົມສູນກາງພັກ, ກົມກົດໝາຍ ແລະ ຄະນະຮັບຜິດຊອບເຂົ້າຮ່ວມລວມຈຳນວນ 20 ທ່ານ, ຍິງ 5 ທ່ານ.

ຈຸດປະສົງກອງປະຊຸມການສ້າງຮ່າງດຳລັດ ແມ່ນເພື່ອກຳນົດຫຼັກການ, ລະບຽບການ, ວິທີການ ແລະ ຮູບການໂຄສະນາເຜີຍແຜ່ ສ້າງສະຕິເຄົາລົບ ລັດຖະທຳມະນູນ ແລະ ກົດໝາຍ ແນ່ໃສຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດກົດໝາຍໃຫ້ມີຄວາມສະດວກ, ສອດຄ່ອງ ແລະ ມີຄວາມເປັນເອກະພາບ ເພື່ອເຮັດໃຫ້ການໂຄສະນາເຜີຍແຜ່ກົດໝາຍ ໄປທົ່ວເຖິງປະຊາຊົນ ສ້າງສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດ ໝາຍປະກອບສ່ວນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ.

ນອກຈາກຈຸດປະສົງທີ່ກ່າວມາຂ້າງເທິງແລ້ວ ໃຫ້ຮູ້ເຖິງເປົ້າໝາຍຂອງການສ້າງດຳລັດຄື: 1). ຍັງເປັນເຄື່ອງມືໃຫ້ທຸກຂະແໜງການທີ່ກ່ຽວຂ້ອງໃນການຜັນຂະຫຍາຍ ມະຕິ 037/ຄບສພ, ລົງວັນທີ 18 ມີຖຸນາ 2018 ວ່າດ້ວຍ ການຍົກສູງປະສິດທິພາບໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ; 2). ຍົກສູງບົດບາດ ຂອງວຽກງານສ້າງສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍໃນທົ່ວສັງຄົມ ເພື່ອສ້າງເງື່ອນໄຂໃຫ້ແກ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ; 3). ຍົກລະດັບຄຳສັ່ງເລກທີ 38/ນຍ, ລົງວັນທີ 17 ຕຸລາ 2007 ກ່ຽວກັບການເອົາໃຈໃສ່ໂຄສະນາສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ເພື່ອຜັນຂະຫຍາຍໜ້າວຽກຂອງການສ້າງສະຕິເຄົາລົບກົດໝາຍຢ່າງມີຈຸດສຸມ, ລະອຽດ, ຈະແຈ້ງ, ມີຂັ້ນຕອນ, ວິທີການ, ມາດຕະການທີ່ເປັນເອກະພາບກັນ, ອຳນວຍຄວາມສະດວກໃຫ້ແກ່ຜູ້ຈັດຕັ້ງປະຕິບັດ.
ຫຼັງຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນ ແລະ ປະກອບຄຳເຫັນໃສ່ຮ່າງດຳລັດດັ່ງກ່າວຢ່າງກົງໄປກົງມາ ດ້ວຍບັນຍາກາດອັນຟົດຟື້ນ. ກອງປະຊຸມໄດ້ດຳເນີນເປັນເວລາ ໜຶ່ງ ວັນ ແລະ ໄດ້ອັດລົງໃນເວລາ 16:00.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: