ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ

ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ທີ່ ພະແນກຍຸຕິທຳແຂວງ ເຊກອງ

ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2019 ທີ່ຜ່ານມາ ພະແນກຍຸຕິທໍາແຂວງ ເຊກອງ ໄດ້ເປີດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ (ຄະດີທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ຄະດີທີ່ຫຍຸ້ງຍາກໃນໄລຍະຜ່ານມາ) ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງ, ສະມະຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນແຂວງ ຜູ້ເຂົ້າຮ່ວມມີບັນດາຄະນະພະແນກຍຸຕິທໍາແຂວງ, ປະທານສານປະຊາຊົນແຂວງ, ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ, ເຈົ້າໜ້າທີ່ ປ ກ ສ ແຂວງ ພ້ອມດ້ວຍພະນັກງານຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເຂົ້າຮ່ວມທັງໝົດຈໍານວນ 15 ທ່ານ, ຍິງ 2 ທ່ານ.

Subscribe to RSS - ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ