ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ທີ່ ພະແນກຍຸຕິທຳແຂວງ ເຊກອງ

ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2019 ທີ່ຜ່ານມາ ພະແນກຍຸຕິທໍາແຂວງ ເຊກອງ ໄດ້ເປີດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ (ຄະດີທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ຄະດີທີ່ຫຍຸ້ງຍາກໃນໄລຍະຜ່ານມາ) ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງ, ສະມະຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນແຂວງ ຜູ້ເຂົ້າຮ່ວມມີບັນດາຄະນະພະແນກຍຸຕິທໍາແຂວງ, ປະທານສານປະຊາຊົນແຂວງ, ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ, ເຈົ້າໜ້າທີ່ ປ ກ ສ ແຂວງ ພ້ອມດ້ວຍພະນັກງານຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເຂົ້າຮ່ວມທັງໝົດຈໍານວນ 15 ທ່ານ, ຍິງ 2 ທ່ານ.

ໃນກອງປະຊຸມ ທ່ານ ຄໍາມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ຜູ້ຊີ້ນໍາວຽກງານປະຕິບັດຄໍາຕັດສີນຂອງສານ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ຕໍ່ກອງປະຊຸມ ກ່ຽວກັບຄະດີທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ຄະດີທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດໄລຍະຜ່ານມາ ລວມຄະດີທັງໝົດມີ 39 ເລື່ອງ, ຄະດີແພ່ງ 11 ເລື່ອງ, ຄະດີອາຍາ 28 ເລື່ອງ ສາເຫດທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ສ່ວນໃຫຍ່ແມ່ນ (ຈໍາເລີຍ) ທຸກຈົນ, ບໍ່ຮູ້ທີ່ຢູ່ອາໄສທີ່ແນ່ນອນຂອງ (ຈໍາເລີຍ).
ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ແຕ່ລະພາກສ່ວນກໍໄດ້ປະກອບຄໍາຄິດ-ຄໍາເຫັນ ເພື່ອເປັນບ່ອນອີງໃຫ້ແກ່ວຽກງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ດັ່ງນີ້: ຕ້ອງໄດ້ປັບປຸງກົນໄກການປະສານງານ ລະຫວ່າງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ, ການປ່ອຍຕົວນັກໂທດໃຫ້ມີການສົມທົບ ລະຫ່ວາງພະນັກງານປະຕິບັດຄໍາຕັດສີນຂອງສານ ກັບ ເຈົ້າໜ້າທີ່ຄ້າຍຂຸມຂັງ-ດັດສ້າງ, (ຈໍາເລີຍ) ຫຼື ບຸກຄົນທີສາມທີ່ຮັບຜິດຊອບທາງແພ່ງທຸກຈົນຕ້ອງມີການຢັ້ງຢືນຢ່າງຈະແຈ້ງ ຄະດີຢາເສບຕິດທີ່ສານຕັດສີນຄ່າປັບໃໝສູງ, ຄວນສະເໜີປັບປຸງບາງມາດຕາຂອງກົດໝາຍ, ນໍາໃຊ້ມາດຕະການທາງດ້ານກົດໝາຍຢ່າງເຂັ້ມງວດຕໍ່ບຸກຄົນທີ່ບໍ່ມີຄວາມຈິງໃຈປະຕິບັດ ແລະ ໃຫ້ມີການແຕ່ງຕັ້ງຄະນະກໍາມະການຄືນໃໝ່, ຂຶ້ນແຜນສ້າງສາງເກັບມ້ຽນຂອງກາງຄະດີ, ພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານຕ້ອງເພີ່ມທັກສະ ເຕັກນິກ ເຂົ້າໃນການປະຕິບັດວຽກງານ, ເປີດກອງປະຊຸມວິຊາການຂຶ້ນທຸກໆ 3 ເດືອນ ເພື່ອປຶກສາຫາລືກ່ຽວກັບຄະດີທີ່ຫຍຸ້ງຍາກ ແລະ ຂໍທິດຊີ້ນໍາຈາກຜູ້ຊີ້ນໍາຂັ້ນແຂວງ, ຄວນປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ແລະ ສະໜອງງົບປະມານໃຫ້ພຽງພໍຕໍ່ກັບວຽກງານ.
ໃນຕອນທ້າຍທ່ານປະທານກອງປະຊຸມກໍໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານປະຕິບັດຄໍາຕັດສີນຂອງສານໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ,ໃຫ້ຄູ່ກໍລະນີ ແລະ ປະຕິບັດດ້ວຍຄວາມໂປ່ງໃສ ຖືກຕ້ອງ, ພາວະວິໄສ, ຍຸຕິທໍາ, ລະອຽດອ່ອນ, ສອດຄ່ອງຕາມກົດໝມາຍ ແລະ ລະບຽບການ. ນອກນັ້ນ ທ່ານຍັງໄດ້ເນັ້ນຕື່ມອີກວ່າໃຫ້ແຕ່ລະພາກສ່ວນຈົ່ງໃຫ້ຄວາມຮ່ວມມືຕໍ່ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ແລະ ເປີດກອງປະຊຸມປຶກສາຫາລືທາງດ້ານວິຊາການຂຶ້ນທຸກໆ 3 ເດືອນ ແລະ ບັນຫາໃດທີ່ເຫັນວ່າມີຄວາມຫຍຸ້ງຍາກ, ສັບສົນຕ້ອງຂໍທິດຊີ້ນໍາຈາກຄະນະພັກ-ຄະນະນຳຂັ້ນເທິງ ສາຍຕັ້ງ ແລະ ສາຍຂວາງ ເພື່ອຄົ້ນຄວ້າພິຈາລະນາ.

ຂຽນຂ່າວ-ຖ່າຍພາບໂດຍ : ລັດດາວັນ ຄໍາພູມີ