ກອງປະຊຸມທາບທາມ ບຸກຄະລາກອນ ສະຫະພັນແມ່ຍິງຊຸດໃໝ່ ຄັ້ງທີ 1

ກອງປະຊຸມທາບທາມ ບຸກຄະລາກອນ ສະຫະພັນແມ່ຍິງຊຸດໃໝ່ ຄັ້ງທີ 1 ຂອງກະຊວງຍຸຕິທຳ

ຕອນເຊົ້າວັນທີ 4 ມີຖຸນາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳໄດ້ຈັດກອງປະຊຸມທາບທາມບຸກຄະລາກອນສະຫະພັນແມ່ຍິງຊຸດໃໝ່ຂອງກະຊວງຍຸຕິທຳ ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີ ສະຫາຍ ນາງ ດວງມະນີ ລາວມາວ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຍຸຕິທຳ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຍຸຕິທຳ, ຄະນະຮາກຖານສະຫະພັນແມ່ຍິງສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງການ, ກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມຈຳນວນ 103 ສະຫາຍ.

Subscribe to RSS - ກອງປະຊຸມທາບທາມ ບຸກຄະລາກອນ ສະຫະພັນແມ່ຍິງຊຸດໃໝ່ ຄັ້ງທີ 1