ກອງປະຊຸມທາບທາມ ບຸກຄະລາກອນ ສະຫະພັນແມ່ຍິງຊຸດໃໝ່ ຄັ້ງທີ 1 ຂອງກະຊວງຍຸຕິທຳ

ຕອນເຊົ້າວັນທີ 4 ມີຖຸນາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳໄດ້ຈັດກອງປະຊຸມທາບທາມບຸກຄະລາກອນສະຫະພັນແມ່ຍິງຊຸດໃໝ່ຂອງກະຊວງຍຸຕິທຳ ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີ ສະຫາຍ ນາງ ດວງມະນີ ລາວມາວ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຍຸຕິທຳ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຍຸຕິທຳ, ຄະນະຮາກຖານສະຫະພັນແມ່ຍິງສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງການ, ກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມຈຳນວນ 103 ສະຫາຍ.

ໃນກອງປະຊຸມ ສະຫາຍ ນາງ ດວງມະນີ ລາວມາວ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຍຸຕິທຳ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ຂຶ້ນຜ່ານເງື່ອນໄຂມາດຖານຂອງຜູ້ທີ່ຈະລົງສະໝັກ ເປັນຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ໂດຍອີງຕາມ ກົດໝາຍ, ກົດລະບຽບ ຂອງສະຫະພັນແມ່ຍິງລາວ ແລະ ຄຳແນະນຳຂອງຄະນະສະຫະພັນແມ່ຍິງກະຊວງ ວ່າດ້ວຍມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງ ແລະ ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ສະນັ້ນ, ຜູ້ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫາງານສະຫະພັນແມ່ຍິງກະຊວງຍຸຕິທຳ ຕ້ອງປະກອບມີເງື່ອນໄຂ ດັ່ງນີ້: 1. ດ້ານຄຸນທາດການເມືອງ; 2. ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ; 3. ດ້ານຄວາມຮູ້-ຄວາມສາມາດ; 4. ດ້ານແບບແຜນວິທີເຮັດວຽກ; 5. ດ້ານເງື່ອນໄຂ ແລະ ສຸຂະພາບ. ພາຍຫຼັງທີ່ໄດ້ຮັບຮູ້ເງື່ອນໄຂຂອງຜູ້ຈະທີ່ສະໝັກແລ້ວກໍໄດ້ມີການປ່ອນບັດທາບທາມ. ໃນນັ້ນ, ຄະນະປັດຈຸບັນມີ 5 ສະຫາຍ ຄື: 1. ສະຫາຍ ນາງ ດວງມະນີ ລາວມາວ; 2. ສະຫາຍ ນາງ ສາຍຄິດ ວິສິດສົມບັດ; 3. ສະຫາຍ ນາງ ລົດຈະນາ ເຂັມທອງ; 4. ສະຫາຍ ນາງ ປາດຖະໜາ ບຸນເພັງ; 5. ສະຫາຍ ນາງ ສຸກວາລີ ພົມມະໄຊສີ ແລະ ສຳລັບຜູ້ສະໜັກໃໝ່ນັ້ນ ມີ 5 ສະຫາຍ ແມ່ນຈະໄດ້ແຈ້ງລາຍຊື່ຜູ້ສະໝັກໃໝ່ ພາຍຫຼັງສຳເລັດການທາບທາມ.

ຈາກນັ້ນ, ໃນຕອນທ້າຍກອງປະຊຸມ ປະທານກອງປະຊຸມກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະສະຫະພັນແມ່ຍິງກະຊວງ ຈົ່ງສືບຕໍ່ປະຕິບັດແຜນການກະກຽມກອງປະຊຸມໃຫຍ່ຄັ້ງທີ X ຂອງສະຫະພັນແມ່ຍິງກະຊວງຍຸຕິທຳ ໃຫ້ປະສົບຜົນສຳເລັດ ແລະ ສືບຕໍ່ຊີ້ນຳ-ນຳພາ ສະມາຊິກແມ່ຍິງພາຍໃນກະຊວງ ຈົ່ງພ້ອມກັນປະຕິບັດ ກົດໝາຍ ແລະ ລະບຽບການ ຂອງສະຫະພັນແມ່ຍິງລາວ ໃຫ້ເຂັ້ມງວດ ແລະ ປາກົດຜົນເປັນຈິງໄປເທື່ອລະກ້າວ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ