ເມືອງ ທຸລະຄົມ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1

ໃນວັນທີ 31 ພຶດສະພາ 2019 ຜ່ານມານີ້ຢູ່ທີ່ສະ​ໂມ​ສອນ​ຫ້ອງ​ວ່າການ​ປົກຄອງ​ ເມືອງ​ທຸລະຄົມ ໄດ້ຈັດພິທີປິດການຝຶກ​ອົບຮົມ ກົດໝາຍ​ໄລ​ຍະ​ສັ້ນ 45 ຊຸດທີ I ຂື້ນຢ່າງເປັນທາງການໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ວົງ​ເດືອນ ວັດຕະ​ໂສ​ ຄະນະ​ປະ​ຈໍາ​ພັກ​ເມືອ​ງ, ຮອງ​ເຈົ້າ​ເມືອງ ທຸລະຄົມ,  ມີທ່ານ​ ຄຳ​ພັນ ​ຊະ​ນະ​ໄພ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທໍາ ​ແຂວງ​ວຽງຈັນ, ມີກໍາມະການ​ພັກ​ເມືອງ, ມີຫົວໜ້າຫ້ອງການ​ອ້ອມ​ຂ້າງ​ເມືອງ​​, ຄູອາຈານ, ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ພະນັກງານວິຊາການພາຍ​ໃນ​ຫ້ອງການ​ຍຸຕິ​ທຳ​ເມືອງ, ຕະຫຼອດຮອດນັກຝຶກ​ອົບຮົມກົດໝາຍ​ໄລ​ຍະສັ້ນ 45​ ວັນ​ຊຸດ​ທີ 1 ເຂົ້າຮ່ວມທັງໝົດ 104 ທ່ານ ຍິງ 30 ທ່ານ.

ໃນພິທີ ທ່ານ ​ໂນ​ລາ ຈັນທະ​ວົງ ຫົວໜ້າຫ້ອງການຍຸຕິທຳ​ເມືອງ, ກໍ່ໄດ້ຂຶ້ນຜ່ານບົດ​ສະຫຼຸບ ຜົນສຳເລັດຂອງວຽກງານຍຸຕິທຳຮາກຖານ ​ເຊິ່ງເປັນວຽກງານໜຶ່ງທີ່​ມີພາລະບົດບາດສຳຄັນຢ່າງຍິ່ງຢູ່ຮາກຖານບ້ານໃນການປະຕິບັດ ມະຕິຂອງກົມການເມືອງສູນກາງພັກ​, ກ່ຽວກັບ​ການ​ສ້າງ​ບ້ານ​ພັດທະນາເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານລົງສູ່ຮາກຖານບ້ານ ແລະ ກຸ່ມບ້ານພັດທະນາຢ່າງທົ່ວເຖິງໄປພ້ອມໆກັນກັບຂະບວນການກໍ່ສ້າງຮາກຖານການເມືອງ ແລະ ວຽກງານສາມສ້າງ ໃຫ້ເຂົ້າສູ່ລວງເລິກ ແລະ ເປີດກວ້າງໃນການສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານບ້ານ ໃຫ້ມີຄວາມສາມາດນຳພາຄຸ້ມຄອງ-ບໍລິຫານບ້ານດ້ວຍຄວາມເຂັ້ມແຂງບົນພື້ນຖານພາລະບົດບາດ ສິດ ແລະ ໜ້າທີ່ ຕາມລະບຽບກົດໝາຍໃຫ້ມີຜົນສັກສິດ, ຮັບປະກັນຄວາມ ສະເໝີພາບ ແລະ ຍຸຕິທໍາ ໃນສັງຄົມເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ອີກບັນຫາໜຶ່ງກໍ່ເປັນການສ້າງເງື່ອນໄຂ​ໃຫ້ອຳນາດການປົກຄອງບ້ານ​ໄດ້ມີໂອກາດ​ເຊື່​ອມຊືມແນວທາງນະໂຍບາຍຂອງພັກ ແລະ ບັນດາກົດໝາຍຂອງລັດ ທີ່ວາງອອກເປັນແຕ່ລະໄລຍະ ໃຫ້ມີຄວາມ​ເປັນເອກະພາບ​ໃນແຕ່ລະຂັ້ນ ດ້ວຍຄວາມຮັບຜິດຊອບສູງ ຈັດຕັ້ງປະຕິບັດການຝຶກ​ອົບຮົມກົດໝາຍ​ໄລຍະ​ສັ້ນ 45 ​ວັນ ຊຸດທີ 1 ເຊິ່ງໄດ້ເລີມເປີດຮຽນແຕ່ວັນທີ 24 ກຸມພາ  2019 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຝຶກ​ອົບຮົມ ແມ່ນມີ 4 ພາກວິຊາຮຽນທັງໝົດ, ມີ 34 ວິຊາ ,ມີ 225 ໜ່ວຍກິດ, ມີ 360 ຊົ່ວໂມງ, ເຊິ່ງມີວິຊາ: ທິດສະດີ ມີ 03 ວິຊາ, ວິຊາ: ກົດໝາຍມີ 29 ວິຊາ,  ວຽກງານຍຸຕິທຳຮາກຖານມີ 01 ວິຊາ, ວິຊາ: ເຕັກນິກການແຕ່ງເອກະສານ ມີ 01 ວິຊາ, ມີນັກ​ຝຶກ​ອົບຮົມທັງໝົດ 54 ທ່ານ, ຍິງ 14 ທ່ານ, ມີຄູອາຈານທັງໝົດ 25 ທ່ານ, ຍິງ 8 ທ່ານ,ໃນນັ້ນ ຄູສອນມາຈາກຫ້ອງການອ້ອມຂ້າງ​ເມືອງ ຈຳນວນ 19 ທ່ານ.

ໃນພິທີ ທ່ານ ຄໍາ​ພັນ ​ຊະນະ​ໄພ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທໍາ ​ແຂວງ​ວຽງຈັນ, ກໍ່ໃຫ້ກຽດຂື້ນມອບໃບຢັ້ງຢືນ ​ໃຫ້​ແກ່ຜູ້ທີ່​ໄດ້ສຳເລັດການຝຶກ​ອົບຮົມ​ກົດໝາຍ​ໄລຍະ​ສັ້ນ 45 ວັນ ຊຸດທີ I ຢ່າງສົມກຽດ, ທ່ານ ນາງ ວົງ​ເດືອນ ​ວັດຕະໂສ ຄະນະປະ​ຈໍ​າພັກເມືອງ, ຮອງເຈົ້າເມືອງ ທຸລະຄົມ ກໍ່ໃຫ້ກຽດຂື້ນມອບ​ໃບ​ຍ້ອງຍໍໃຫ້ຄູ​ອາຈານ, ນັກ​ຝຶກ​ອົບຮົມ ​ແລະ ນັກ​ສຶກສາ​ທີ່​ມາ​ຈາກ ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ.

ໃນຕອນທ້າຍ ທ່ານ ນາງ ວົງ​ເດືອນ ວັດ​ຕະ​ໂສ ຄະນະ​ປະ​ຈໍາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງໆ ທຸລະຄົມ ກໍ່ໄດ້ໂອ້ລົມຕໍ່ພິທີ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ - ອາຈານ ​ແລະ ນັກຝຶກ​ອົບຮົມ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການຄົ້ນຄວ້າ ​​ປະກອບສ່ວນ​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ອົບຮົມ​ຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກຝຶກອົບ​ຮົມ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດ​ ທີ່​ໄດ້​ຮຽນມານີ້​ນໍາ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃນການ​ແກ້​ໄຂ​ບັນ​ທີ່​ເກີ​ດຂື້ນ​ຢູ່​ໃນ​ຂັ້ນ​ບ້ານ​ໃຫ້​ມີ​ປະສິດທິ​ຜົນ.