ເມືອງ ທຸລະຄົມ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1

ເມືອງ ທຸລະຄົມ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1

ໃນວັນທີ 31 ພຶດສະພາ 2019 ຜ່ານມານີ້ຢູ່ທີ່ສະ​ໂມ​ສອນ​ຫ້ອງ​ວ່າການ​ປົກຄອງ​ ເມືອງ​ທຸລະຄົມ ໄດ້ຈັດພິທີປິດການຝຶກ​ອົບຮົມ ກົດໝາຍ​ໄລ​ຍະ​ສັ້ນ 45 ຊຸດທີ I ຂື້ນຢ່າງເປັນທາງການໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ວົງ​ເດືອນ ວັດຕະ​ໂສ​ ຄະນະ​ປະ​ຈໍາ​ພັກ​ເມືອ​ງ, ຮອງ​ເຈົ້າ​ເມືອງ ທຸລະຄົມ,  ມີທ່ານ​ ຄຳ​ພັນ ​ຊະ​ນະ​ໄພ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທໍາ ​ແຂວງ​ວຽງຈັນ, ມີກໍາມະການ​ພັກ​ເມືອງ, ມີຫົວໜ້າຫ້ອງການ​ອ້ອມ​ຂ້າງ​ເມືອງ​​, ຄູອາຈານ, ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ພະນັກງານວິຊາການພາຍ​ໃນ​ຫ້ອງການ​ຍຸຕິ​ທຳ​ເມືອງ, ຕະຫຼອດຮອດນັກຝຶກ​ອົບຮົມກົດໝາຍ​ໄລ​ຍະສັ້ນ 45​ ວັນ​ຊຸດ​ທີ 1 ເຂົ້າຮ່ວມທັງໝົດ 104 ທ່ານ ຍິງ 30 ທ່ານ.

Subscribe to RSS - ເມືອງ ທຸລະຄົມ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1