ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມເຊື່ອມຊຶມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທໍາແຂວງ ໃຫ້ແກ່ພະນັກງານ-ລັດຖະກອນ

    ໃນຕອນເຊົ້າຂອງວັນທີ 6 ທັນວາ 2017 ທີ່ຜ່ານມາຢູ່ທີ່ພະແນກຍຸຕິທຳແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຊື່ອມຊຶມຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທໍາ ສະບັບເລກທີ 1268/ກຍ, ລົງວັນທີ 16 ພະຈິກ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທຳແຂວງໃຫ້ແກ່ພະນັກງານ-ລັດຖະກອນຂອງພະແນກຍຸຕິທໍາແຂວງຜົ້ງສາລີຂຶ້ນ. ໂດຍການເປັນປະທານຂອງທ່ານ ທອງຄໍາ ລີລາວົງ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີພະນັກງານ-ລັດຖະກອນ ຂອງພະແນກຍຸຕິທຳ ເຂົ້າຮ່ວມຈໍານວນທັງໝົດ 28 ທ່ານ, ຍິງ 15 ທ່ານ.

    ໃນກອງປະຊຸມ ທ່ານ ທອງຄຳ ລີລາວົງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ຊຶ່ງພະແນກຍຸຕິທໍາແຂວງ ແມ່ນໂຄງປະກອບກົງຈັກທີ່ຂຶ້ນກັບການຄຸ້ມຄອງຂອງອົງການປົກຄອງແຂວງ, ນະຄອນຫຼວງ ທາງດ້ານການເມືອງ-ແນວຄິດ ແລະ ການຊີ້ນໍາທາງດ້ານວິຊາການແມ່ນຂຶ້ນກັບກະຊວງຍຸຕິທໍາ. ພະແນກຍຸຕິທໍາແຂວງມີໜ້າທີ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ຫັນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ມາເປັນແຜນງານ, ແຜນການ, ໂຄງການລະອຽດ, ເຮັດໜ້າທີ່ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ການຈັດຕັ້ງ ແລະ ພົນລະເມືອງ ພ້ອມທັງປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

    ພາຍຫຼັງຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທຳແຂວງສຳເລັດແລ້ວ ທ່ານ ທອງຄໍາ ລີລາວົງ ກໍໄດ້ໃຫ້ກຽດປາຖະກະຖາຫວນຄືນມູນເຊື້ອວັນຄ້າຍວັນເກີດ ຂອງທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີຊຶ່ງທ່ານໄດ້ກ່າວໃນບາງຕອນວ່າ: ທ່ານ ປະທານ ໄກສອນ ພົມວິຫານແມ່ນລູກຮັກຫຼານແພງຂອງປະຊາຊົນລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິວັດຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ, ຜູ້ນໍາຂອງພັກ-ລັດ ທີ່ປີຊາສາມາດ, ສະຫຼາດສ່ອງໃສ,ແມ່ນນັກເຄື່ອນໄຫວສາກົນຜູ້ດີເດັ່ນ, ທັງເປັນຜູ້ວາງແຜນແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງການຕ່າງປະເທດຢ່າງຖືກຕ້ອງເຮັດໃຫ້ ສປປ ລາວມີບົດບາດໃນເວທີສາກົນນັບມື້ນັບສູງຂຶ້ນ.

ຂ່າວໂດຍ: ຄໍາສຸກ ພົມວັນລາວລີ