Submitted by wickyboubphalyvanh on
![](http://moj.gov.la/sites/default/files/styles/news_image/public/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/news/%E0%BA%82%E0%BB%88%E0%BA%B2%E0%BA%A7%E0%BA%81%E0%BA%B2%E0%BA%99%E0%BB%80%E0%BA%84%E0%BA%B7%E0%BB%88%E0%BA%AD%E0%BA%99%E0%BB%84%E0%BA%AB%E0%BA%A7%E0%BA%82%E0%BA%AD%E0%BA%87%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/1496/1496.jpg?itok=qIMmeEHj)
ໃນຕອນເຊົ້າຂອງວັນທີ 12 ກຸມພາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມສະຫຼຸບການລົງຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານຢູ່ນະຄອນຫຼວງວຽງຈັນ ແລະ ທິດທາງແຜນການໃນຕໍ່ໜ້າຂຶ້ນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ, ມີຫ້ອງການຍຸຕິທໍາເມືອງ 9 ຕົວເມືອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ ຈໍານວນ 53 ທ່ານ, ຍິງ 7 ທ່ານ.
ໃນກອງປະຊຸມ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ກໍໄດ້ຜ່ານບົດສະຫຼຸບການລົງຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານຢູ່ນະຄອນຫຼວງວຽງຈັນ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຮັບປະກັນການລົງຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຢູ່ນະຄອນຫຼວງວຽງຈັນ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ, ກະຊວງຍຸຕິທໍາໄດ້ຊີ້ນໍາບັນດາກົມຕ່າງໆອ້ອມຂ້າງກະຊວງ ແລະ ປະສານສົມທົບກັບອົງການປົກຄອງນະຄອນຫຼວງ ກໍຄືພາກສ່ວນທີ່ກ່ຽວຂ້ອງ ກະກຽມຄວາມພ້ອມທາງດ້ານບຸກຄະລາກອນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ ຊຶ່ງສັງລວມໄດ້ຜົນສໍາເລັດ ດັ່ງນີ້: 1. ເກັບກໍາສະຖິຕິຄໍາຕັດສີນຄະດີທັງໝົດທີ່ຍັງຄ້າງຢູ່ຫ້ອງການ ແລະ ໜ່ວຍງານການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ 9 ເມືອງ, ແຍກປະເພດຄະດີ, ແຍກຄະດີແຕ່ລະປີ, ກວດກາການດໍາເນີນການຈັດຕັ້ງປະຕິບັດຜ່ານມາ ເພື່ອຊອກໃຫ້ເຫັນສາເຫດຂອງຄະດີທີ່ຍັງຄ້າງ, 2. ພິມຈໍານວນຄະດີທີ່ຍັງຄ້າງ, ເຂົ້າໃໝ່ ແລະ ບັນທຶກຂໍ້ມູນການຈັດຕັ້ງປະຕິບັດເຂົ້າໂປຣແກຣມສະຖິຕິ, 3. ກວດກາ ແລະ ປັບປຸງແບບແຜນວິທີການຈັດຕັ້ງປະຕິບັດຄໍາຕັດສີນ ລວມທັງການຈັດແບ່ງ ແລະ ມອບຄວາມຮັບຜິດຊອບໃຫ້ຈະແຈ້ງ, ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ, 4. ຊຸກຍູ້ ແລະ ຊີ້ນໍາພະນັກງານປະຕິບັດໃນການຄົ້ນຄວ້າຄໍາຕັດສີນກ່ອນມາຈັດຕັ້ງປະຕິບັດ, 5. ກວດກາ ແລະ ປັບປຸງໃຫ້ຖືກຕ້ອງກ່ຽວກັບການຮັບ, ການຄຸ້ມຄອງ, ການມອບເງິນຄ່າເສຍຫາຍທາງແພ່ງ, ເງິນໃຊ້ແທນໜີ້ສິນ, ເງິນຮິບ, ເງິນປັບໃໝ ແລະ ເງິນຄ່າອາກອນຂອງລັດ, 6. ການຄຸ້ມຄອງ, ການເກັບຮັກສາສໍານວນຄະດີ ແລະ ຊຸກຍູ້ວຽກງານປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນຕໍ່ກອງປະຊຸມຊຶ່ງທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍພະນັກງານທີ່ລົງຊີ້ນໍາວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານຢູ່ນະຄອນຫຼວງ ທີ່ໄດ້ເອົາໃຈໃສ່ລົງຕິດຕາມກວດກາຢ່າງໃກ້ສິດຕິດແທດຊີ້ນໍາ-ນຳພາແຕ່ລະເມືອງ ເພື່ອເຮັດໃຫ້ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານໄດ້ບັນລຸຕາມລະດັບຄາດໝາຍ.
ຂ່າວ-ພາບ: ຂົນ ບຸນທິສານ