ກອງປະຊຸມ ສະຫຼຸບວຽກງານການລົງຕິດຕາມ

ກອງປະຊຸມ ສະຫຼຸບວຽກງານການລົງຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ

ໃນຕອນເຊົ້າຂອງວັນທີ 12 ກຸມພາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມສະຫຼຸບການລົງຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານຢູ່ນະຄອນຫຼວງວຽງຈັນ ແລະ ທິດທາງແຜນການໃນຕໍ່ໜ້າຂຶ້ນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ, ມີຫ້ອງການຍຸຕິທໍາເມືອງ 9 ຕົວເມືອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ ຈໍານວນ 53 ທ່ານ, ຍິງ 7 ທ່ານ.

Subscribe to RSS - ກອງປະຊຸມ ສະຫຼຸບວຽກງານການລົງຕິດຕາມ