Submitted by wickyboubphalyvanh on
![](http://moj.gov.la/sites/default/files/styles/news_image/public/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/news/%E0%BA%81%E0%BA%AD%E0%BA%87%E0%BA%9B%E0%BA%B0%E0%BA%8A%E0%BA%B8%E0%BA%A1-%E0%BA%AA%E0%BA%B3%E0%BA%A1%E0%BA%B0%E0%BA%99%E0%BA%B2/1791/1791.jpg?itok=3mp30U0N)
ໃນລະຫວ່າງວັນທີ 19-20 ກັນຍາ 2019 ຜ່ານມານີ້ ທີ່ໂຮງແຮມ ແກຣນລີເວີຊາຍ ເມືອງວັງວຽງ ແຂວງວຽງຈັນ ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມກ່ຽວກັບ ການຕິດຕາມກວດກາ ແລະ ປະເມີນຜົນໂຄງການ ໂດຍການເປັນປະທານຂອງທ່ານ ເກດສະໜາ ພົມມະຈັນ ຫົວໜ້າກົມຮ່ວມມືສາກົນ, ເຂົ້າຮ່ວມມີທ່ານ ເຣັກຈີນາດສ ພາສ໌ທຣານາ ຫົວໜ້າທີ່ປຶກສາດ້ານວິຊາການ ໂຄງການລາວ/031, ມີບັນດາຄູອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ ຈຳນວນ 45 ທ່ານ, ຍິງ 17 ທ່ານ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ ກະຊວງຍຸຕິທຳ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບບັນດາຂັ້ນຕອນ, ວິທີການຕ່າງໆ ໃນການຕິດຕາມ ແລະ ປະເມີນຜົນໂຄງການ ໂດຍສະເພາະ ແມ່ນບັນດາເຄື່ອງມື ແລະ ເຕັກນິກໃນການເກັບກຳຂໍ້ມູນ ຊຶ່ງຕະຫຼອດໄລຍະຂອງການຝຶກອົບຮົມ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຕັ້ງໃຈສຶກສາຄົ້ນຄວ້າຮໍ່າຮຽນ, ສົນທະນາແລກປຽ່ນປະກອບຄຳຄິດຄຳເຫັນ ນໍາຄູອາຈານ, ຜູ້ຊ່ຽວຊານ ຢ່າງກົງໄປກົງມາ ເພື່ອແນໃສ່ເຮັດໃຫ້ວຽກງານຕິດຕາມ ແລະ ປະເມີນຜົນໂຄງການສາມາດດຳເນີນໄປຢ່າງຖືກຕ້ອງຕາມແຜນການເຄື່ອນໄຫວທີ່ກຳນົດໄວ້ໃຫ້ມີປະສິດທິຜົນສູງ.
ໃນຕອນທ້າຍຂອງການຝຶກອົບຮົມກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມທັງໝົດຈຳນວນ 45 ທ່ານ ຍິງ 17 ທ່ານ, ໃຫ້ກຽດມອບໂດຍທ່ານ ເຣັກຈີນາດສ ພາສ໌ທຣານາ ຫົວໜ້າທີ່ປຶກສາດ້ານວິຊາການ ໂຄງການລາວ/031
ຂຽນຂ່າວ: ອ່ອນຄຳ ໄຊຍະວົງ; ພາບ: ສົມຫວັງ ບົວລະພັນ