ທ່ານ ບຸນເກີດ ສັງສົມສັກ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງລັດຖະມົນຕີຊ່ວຍກະຊວງຍຸຕິທຳ ຍີ່ປຸ່ນ

ທ່ານ ບຸນເກີດ ສັງສົມສັກ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງລັດຖະມົນຕີຊ່ວຍກະຊວງຍຸຕິທຳ ຍີ່ປຸ່ນ

ໃນຕອນເຊົ້າ ເວລາ 8:30-10:30 ຂອງວັນທີ 14 ທັນວາ 2015 ນີ້, ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທຳ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີ ວ່າການກະຊວງຍຸຕິທຳແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ມາຊາຮິໂຕະ ໂມຣິຢາມະ (H.E Mr. MASAHITO MORIYAMA),  ລັດຖະມົນຕີຊ່ວຍວ່າການ ກະຊວງຍຸຕິທຳຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

     ຈຸດປະສົງໃນການເຂົ້າຢ້ຽມຄຳນັບຂອງທ່ານໃນຄັ້ງນີ້ ເພື່ອເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນຮ່ວມມືລະຫວ່າງສອງກະຊວງຍຸຕິທຳແຫ່ງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ມີບາດກ້າວເຕີບໃຫຍ່ ແລະ ຂະຫຍາຍຕົວຂຶ້ນເລື່ອຍໆ.

Subscribe to RSS - ທ່ານ ບຸນເກີດ ສັງສົມສັກ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງລັດຖະມົນຕີຊ່ວຍກະຊວງຍຸຕິທຳ ຍີ່ປຸ່ນ