ທ່ານ ບຸນເກີດ ສັງສົມສັກ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງລັດຖະມົນຕີຊ່ວຍກະຊວງຍຸຕິທຳ ຍີ່ປຸ່ນ

ໃນຕອນເຊົ້າ ເວລາ 8:30-10:30 ຂອງວັນທີ 14 ທັນວາ 2015 ນີ້, ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທຳ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີ ວ່າການກະຊວງຍຸຕິທຳແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ມາຊາຮິໂຕະ ໂມຣິຢາມະ (H.E Mr. MASAHITO MORIYAMA),  ລັດຖະມົນຕີຊ່ວຍວ່າການ ກະຊວງຍຸຕິທຳຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

     ຈຸດປະສົງໃນການເຂົ້າຢ້ຽມຄຳນັບຂອງທ່ານໃນຄັ້ງນີ້ ເພື່ອເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນຮ່ວມມືລະຫວ່າງສອງກະຊວງຍຸຕິທຳແຫ່ງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ມີບາດກ້າວເຕີບໃຫຍ່ ແລະ ຂະຫຍາຍຕົວຂຶ້ນເລື່ອຍໆ.

ໃນໂອກາດດັ່ງກ່າວ ທ່ານ ບຸນເກີດ ສັງສົມສັກ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານ  ມາຊາຮິໂຕະ ໂມຣິຢາມະ ພ້ອມດ້ວຍຄະນະ ຢູ່ທີ່ກະຊວງຍຸຕິທຳແຫ່ງ ສປປ ລາວ ຢ່າງເປັນທາງການ.

     ໃນໂອກາດດຽວກັນນີ້ ທ່ານ ມາຊາຮິໂຕະ ໂມຣິຢາມະ ຕາງໜ້າຄະນະກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການ ກະຊວງຍຸຕິທຳແຫ່ງ ສປປ ລາວ ໃນຄັ້ງນີ້.

     ການພົບປະລະຫວ່າງແຂກ ແລະ ເຈົ້າພາບ ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ ຊຶ່ງທັງສອງຝ່າຍໄດ້ລາຍງານ ສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃຫ້ກັນຊາບ, ພ້ອມທັງໄດ້ສົນທະນາແລກປ່ຽນບົດຮຽນວຽກງານຍຸຕິທຳ, ທົບທວນຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ ແລະ ຮ່ວມກັນປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າໃຫ້ນັບມືນັບເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ. ຕໍ່ມາໃນວັນດຽວກັນທ່ານ ມາຊາຮິໂຕະ ໂມຣິຢາມະ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມ ສະຖາບັນຍຸຕິທຳແຫ່ງຊາດ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ດຣ. ຈອມຄຳ ບຸບຜາລີວັນ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ຊຶ່ງທັງສອງຝ່າຍ ໄດ້ແຈ້ງສະພາບໂດຍຫຍໍ້ ກ່ຽວກັບວຽກງານຂອງແຕ່ລະຝ່າຍໃຫ້ກັນຊາບ ລວມທັງແຜນການຮ່ວມມືກັນໃນອະນາຄົດອີກດ້ວຍ.