ພະແນກຍຸຕິທຳແຂວງ ວຽງຈັນ ຈັດກອງປະຊຸມທາບທາມພະນັງານນຳພາ-ຄຸ້ມຄອງ.
Submitted by wickyboubphalyvanh on
ໃນວັນທີ 4 ຕຸລາ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຕິທໍາແຂວງ ວຽງຈັນ ໄດ້ຈັດກອງປະຊຸມທາບທາມພະນັກງານນຳພາ-ຄຸ້ມຄອງຂື້ນ ໂດຍການເປັນປະທານຂອງ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ເປັນກຽດເຂົ້າຮ່ວມໂດຍມີ ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ, ທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າຄະນະຈັດຕັ້ງກະຊວງຍຸຕິທຳ, ມີຄະນະຮັບຜິດຊອບຂັ້ນແຂວງ, ຮອງພະແນກ, ບັນດາຫົວໜ້າຫ້ອງການຍຸຕິທຳ 11 ເມືອງ, ແຂກຖືກເຊີນ ພ້ອມດ້ວຍພະນັກງານພາຍໃນພະແນກເຂົ້າຮ່ວມທັງໝົດ 61 ທ່ານ ຍິງ 11 ທ່ານ.