ພະແນກຍຸຕິທຳແຂວງ ວຽງຈັນ ຈັດກອງປະຊຸມທາບທາມພະນັງານນຳພາ-ຄຸ້ມຄອງ.

    ໃນວັນທີ 4 ຕຸລາ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຕິທໍາແຂວງ ວຽງຈັນ ໄດ້ຈັດກອງປະຊຸມທາບທາມພະນັກງານນຳພາ-ຄຸ້ມຄອງຂື້ນ ໂດຍການເປັນປະທານຂອງ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ເປັນກຽດເຂົ້າຮ່ວມ​ໂດຍມີ ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ, ທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າຄະນະຈັດຕັ້ງກະຊວງຍຸຕິທຳ, ມີຄະນະຮັບຜິດຊອບຂັ້ນແຂວງ, ຮອງພະແນກ, ບັນດາຫົວໜ້າຫ້ອງການຍຸຕິທຳ 11 ເມືອງ, ແຂກຖືກເຊີນ ພ້ອມດ້ວຍພະນັກງານພາຍໃນພະແນກເຂົ້າຮ່ວມທັງໝົດ 61 ທ່ານ  ​ຍິງ ​11 ທ່ານ.

 

   ​ໃນ​ນັ້ນ ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ ປະທານກວດກາ ພັກ-ລັດແຂວງ ກ່າວວ່າການດຳເນີນປະເມີນຜົນ ແລະ ທາບທາມຄຸນນະພາບຂອງພະນັກງານ-ລັດຖະກອນ ຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານນຳພາ-ຄຸ້ມຄອງ ຢູ່ແຕ່ລະຂັ້ນຂອງພະແນກຍຸຕິທຳມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ເປັນເອກະພາບຕໍ່ກັບບັນດາເນື້ອໃນທີ່ໄດ້ກຳນົດໃນ ຄຳສັ່ງ, ແນະນຳ ຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະນັກງານລັດຖະກອນ,ໃນການເຄື່ອນໄຫວຊີ້ນຳ-ນຳພາ ວຽກງານຮອບດ້ານຂອງພະແນກຍຸຕິທຳແຂວງ, ຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ປະກົດການຫຍໍ້ທໍ້ ຂອງພະນັກງານລັດຖະກອນ ເພື່ອມີວິທີສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ, ການທາບທາມພະນັກງານນຳພາ-ຄຸ້ມຄອງເປັນການກະກຽມເປົ້າໝາຍ,ໃນລັກສະນະເປີດກວ້າງເພື່ອມີແຫຼ່ງເລືອກເຟັ້ນພະນັກງານ ນຳພາ-ຄຸ້ມຄອງເຂົ້າໃນຕຳແໜ່ງຕ່າງໆຢ່າງຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ ເພື່ອຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ ແລະ ເພື່ອເປັນການກະກຽມດ້ານບຸກຄະລະກອນໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ ທີ່ຈະໄຂຂື້ນໃນຕໍ່ໜ້ານີ້, ສຳລັບເປົ້າໝາຍທີ່ຈະເປັນພະນັກງານນຳພາ-ຄຸ້ມຄອງໃນຂັ້ນຕ່າງໆ ຕ້ອງມີມາດຖານສະເພາະຄື:

    ຕ້ອງເປັນຜູ້ເຊື່ອມຊືມ ກຳແໜ້ນທິດສະດີມາກ-ເລນິນ, ມີແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດເປັນຢ່າງດີ, ມີທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ຄຸນທາດການເມືອງປະຕິວັດໜັກແໜ້ນ, ຕ້ອງມີວຸດທິການສຶກສາຂັ້ນປະລິນຍາຕີສາຂາໜື່ງຂື້ນໄປ, ທັງມີປະສົບການ ແລະ ຄວາມຊຳນານໃນການບໍລິຫານເປັນຢ່າງດີ, ຕ້ອງມີຄວາມສາມາດຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດ ເຂົ້າໃສ່ວຽກງານທີຕົນຮັບຜິດຊອບໄດ້ເປັນຢ່າງດີ, ມີຄວາມຮູ້ ແລະ ເຂົ້າໃຈດ້ານວຽກງານວິຊາສະເພາະ,ທັງກຳແໜ້ນວຽກງານພັກ-ພະນັກງານ ໂດຍສະເພາະແມ່ນລະບຽບຫຼັກການ, ຂໍ້ກຳນົດຕ່າງໆທີ່ພົວພັນເຖິງພະນັກງານ, ເປັນຄົນເຂັ້ມງວດຕໍ່ລະບຽບຫຼັກການ, ມີແບບແຜນວິທີເຮັດວຽກທີ່ດີ ແລະ ກ້າວໜ້າ, ມີຄວາມຮູ້ທາງດ້ານພາສາຕ່າງປະເທດໃດໜຶ່ງລະດັບພື້ນຖານຂື້ນໄປ, ມີອາຍຸ 55 ປີ ລົງມາ, ເປັນຜູ້ທີ່ມີສຸຂະພາບແຂງແຮງ, ສາມາດແບກຫາບໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ ທີ່ຕົນເອງຮັບຜິດຊອບໄດ້ເປັນຢ່າງດີ.

          ຈາກນັ້ນກອງປະຊຸມໄດ້ທຳການທາບທາມໂດຍເຮັດເປັນສາມຮອບຕາມລຳດັບແລະສຳເລັດລົງໃນວັນດຽວກັນ.