ໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງຫົວພັນ ແລະ ໜ່ວຍຊາວໜຸ່ມບ້ານຫາດກອກແລກປ່ຽນ ບົດຮຽນຊຶ່ງກັນ ແລະ ກັນ

ໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ຫົວພັນ ແລະ ໜ່ວຍຊາວໜຸ່ມບ້ານ ຫາດກອກ ແລກປ່ຽນ ບົດຮຽນຊຶ່ງກັນ ແລະ ກັນ

ໃນວັນທີ 29 ພຶດສະພາ 2019 ນີ້, ໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ຫົວພັນ ແລະ ໜ່ວຍຊາວໜຸ່ມບ້ານ ຫາດກອກໄດ້ຈັດພິທີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຂຶ້ນຢູ່ທີຫ້ອງປະຊຸມພະແນກຍຸຕິທໍາແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ວົງເພັດ ຄໍາບຸນມີ ເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ. ຜູ້ເຂົ້້າຮ່ວມຂອງ ສະຫາຍ ສົມພອນ ອິນຄະວິໄລ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ, ສະຫາຍ ປັນ ຍາຈິດ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ຊໍາເໜືອ, ທ່ານ ເຂັມທອງ ເມືອງວັນໄຊ ນາຍບ້ານ ຫາດກອກ, ມີຜູ້ຕາງໜ້າມາຈາກ ສະພາປະຊາຊົນແຂວງ, ອົງການໄອຍະການແຂວງ ແລະ ສານປະຊາຊົນແຂວງ ພ້ອມດ້ວຍສະມາຊິກຊາວໜຸ່ມທັງສອງຝ່າຍເຂົ້້າຮ່ວມ.

Subscribe to RSS - ໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງຫົວພັນ ແລະ ໜ່ວຍຊາວໜຸ່ມບ້ານຫາດກອກແລກປ່ຽນ ບົດຮຽນຊຶ່ງກັນ ແລະ ກັນ