ແຂວງຫຼວງນໍ້າທາຈັດພິທີໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍໃຫ້ແກ່ພະນັກງານນຳພາຫຼັກແຫຼ່ງ

ແຂວງ ຫຼວງນໍ້າທາ ຈັດພິທີໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍໃຫ້ແກ່ພະນັກງານນຳພາຫຼັກແຫຼ່ງ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ຕຸລາ 2018 ຢູ່ທີ່ຫໍວັດທະນາທໍາແຂວງ ຫຼວງນໍ້າທາ ພາຍໃຕ້ການເປັນປະທານຂອງທ່ານ ຄໍາຟອງ ອິນມານີ ກໍາມະການພັກແຂວງ ປະທານສານປະຊາຊົນແຂວງ ຜູ້ຊີ້ນໍາຄະນະໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍຂັ້ນແຂວງ, ແລະ ກ່າວເປີດພິທີໂດຍ ທ່ານຄໍາໜັ້ນ ວັນຄໍາ ຫົວໜ້າພະແນກຍຸຕິທໍາແຂວງ ຄະນະຊີ້ນໍາໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍຂັ້ນແຂວງ, ມີບັນດາຫົວໜ້າພະແນກ, ອົງການທຽບເທົ່າ, ກອງບັນຊາການ ປກສ, ຄະນະເລຂາທິການສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ບັນດາທະນາຄານ, ລັດວິສາຫະກິດ,ໂຮງຮຽນ, ໂຮງໝໍ ອ້ອມຂ້າງແຂວງ ເຂົ້າຮ່ວມຈຳນວນ 264, ຍິງ 75 ຄົນ.

Subscribe to RSS - ແຂວງຫຼວງນໍ້າທາຈັດພິທີໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍໃຫ້ແກ່ພະນັກງານນຳພາຫຼັກແຫຼ່ງ