ແຂວງບໍ່ແກ້ວ ສໍາເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VII

ແຂວງບໍ່ແກ້ວ ສໍາເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VII.

ເພື່ອປະຕິບັດ ຕາມຫຼັກສູດການຮຽນ-ການສອນ ກົດໝາຍໄລຍະສັ້ນ 45 ວັນໃຫ້ການນໍາຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ ຂອງກະຊວງຍຸຕິທຳ ວາງອອກໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍ ໃນວັນທີ 4 ຕຸລາ 2018 ນີ້ ຢູ່ທີ່ໂຮງຮຽນທິດສະດີການເມືອງ - ການປົກຄອງແຂວງ ບໍ່ແກ້ວ ໄດ້ມີພິທີມອບ-ຮັບໃບຢັ້ງຢືນ ໃຫ້ແກ່ຜູ້ທີ່ສໍາເລັດ ການຝຶກອົບຮົມຍົກລະດັບຄວາມຮູ້ທາງດ້ານກົດໝາຍໄລຍະສັ້ນ 45 ວັນຢ່າງເປັນທາງການ ໂດຍການເປັນປະທານຂອງສະຫາຍ ສົມລິດ ສີພາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ບໍ່ແກ້ວ, ມີບັນດາການນໍາຂັ້ນແຂວງ, ເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດ, ໂຮງຮຽນ - ໂຮງໝໍ ຕະຫຼອດຮອດນັກສຳມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

Subscribe to RSS - ແຂວງບໍ່ແກ້ວ ສໍາເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VII