ເປີດຝຶກອົບຮົມທັກສະການເປັນຄູຝຶກສຳລັບວຽກງານໂຄສະນາເຜີຍແຜ່ກົດ ໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ

ເປີດຝຶກອົບຮົມທັກສະການເປັນຄູຝຶກສຳລັບວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ

       ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2018 ຢູ່ທີ່ຫ້ອງການອົງການບ້ານຈຸດສຸມສາກົນ ໄດ້ຈັດພິທີເປີດຝຶກອົບຮົມທັກສະການເປັນຄູຝຶກທີ່ຫຼາກຫຼາຍສຳລັບຄູຝຶກວຽກງານໂຄສະນາເຜີຍແຜ່ກົດໝາຍກ່ຽວກັບການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງຍຸຕິທຳ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານ ນາງ ເຈນ ບຼາເຕໂຣ ຜູ້ບໍລິຫານໂຄງການໄລຟ໌, ມີບັນດານັກສຳມະນາກອນ ທີ່ມາຈາກກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຈຳນວນ 14 ທ່ານ, ຍິງ 4 ທ່ານ.

Subscribe to RSS - ເປີດຝຶກອົບຮົມທັກສະການເປັນຄູຝຶກສຳລັບວຽກງານໂຄສະນາເຜີຍແຜ່ກົດ ໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ