ເປີດຊຸດຝຶກອົບຮົມສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳໃຫ້ແກ່ພະນັກງານຂັ້ນເມືອງ

ເປີດຊຸດຝຶກອົບຮົມສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳໃຫ້ແກ່ພະນັກງານຂັ້ນເມືອງ

ວັນທີ 10 ມິຖຸນາ 2019 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ ຮຸນ ແຂວງ ອຸດົມໄຊ ໄດ້ເປີດຊຸດຝຶກອົບຮົມການເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳໃຫ້ແກ່ພະນັກງານເມືອງ ຮຸນ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຄະນະພັກກະຊວງ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ, ທ່ານ ບຸນຈັນ ສີບຸນຕາ ຮອງຫົວໜ້າພະແນກຍຸຕິທຳແຂວງ ອຸດົມໄຊ ແລະ ທ່ານ ຄຳຟອງ ພັດທະມາວົງ ຮອງເລຂາພັກເມືອງ. ມີບັນດານັກຝຶກອົບຮົມ ຈາກຂະແໜງການຕ່າງໆອ້ອມຂ້າງເມືອງ ຮຸນເຂົ້າຮ່ວມ ທັງໜົດ 25 ທ່ານ ຍິງ 6 ທ່ານ.

Subscribe to RSS - ເປີດຊຸດຝຶກອົບຮົມສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳໃຫ້ແກ່ພະນັກງານຂັ້ນເມືອງ