ເຂັ້ມແຂງ ແລະ ໜັກແໜ້ນ

ສະຖາບັນຍຸຕິທຳພາກເໜືອ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ

ຕອນເຊົ້າຂອງວັນທີ 25 ເມສາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ສະຖາບັນຍຸຕິທໍາ ພາກເໜືອ ໄດ້ມີພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ I ປະຈໍາປີ 2018 ຂຶ້ນ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ຄໍາຫຼ້າ ລຽນປະດິດ ຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມທັງໝົດ 49 ສະຫາຍ ຍິງ 15 ສະຫາຍ.

Subscribe to RSS - ເຂັ້ມແຂງ ແລະ ໜັກແໜ້ນ