ຫ້ອງການຍຸຕິທຳເມືອງໄຊທານີມອບປຶ້ມກົດໝາຍໃຫ້ກຸ່ມບ້ານ

ຫ້ອງການຍຸຕິທຳເມືອງໄຊທານີມອບປຶ້ມກົດໝາຍໃຫ້ກຸ່ມບ້ານ

ຕອນເຊົ້າຂອງວັນທີ 5 ສິງຫາ 2019 ຢູ່ທີ່ຫ້ອງການກຸ່ມບ້ານດົງບັງ ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບປຶ້ມກົດໝາຍບາງຂົງເຂດ ໃຫ້ແກ່ 12 ບ້ານ ໃຫ້ກຽດມອບໂດຍ ທ່ານ ນາງ ຄຳໄຜ່ ໄຊຍະວົງ ຫົວໜ້າຫ້ອງການຍຸຕິທຳ ເມືອງໄຊທານີ ແລະ ຕາງໜ້າຮັບໂດຍ ທ່ານ ຝົນ ທິລາກຸນ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງໄຊທານີ. ມີອຳນາດການປົກຄອງບ້ານ, ຄະນະຊາວໜຸ່ມບ້ານ, ສະຫະພັນແມ່ຍິງບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

Subscribe to RSS - ຫ້ອງການຍຸຕິທຳເມືອງໄຊທານີມອບປຶ້ມກົດໝາຍໃຫ້ກຸ່ມບ້ານ