ສ.ເກົາຫຼີ ແລະ ສູນແກ້ໄຂ້ຂໍ້ຂັດແຍ່ງທາງດ້ານເສດຖະກິດ ພົບປະແລກປ່ຽນບົດຮຽນ

ສ ເກົາຫຼີ ແລະ ສູນແກ້ໄຂ້ຂໍ້ຂັດແຍ່ງທາງດ້ານເສດຖະກິດ ພົບປະແລກປ່ຽນບົດຮຽນ

ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງ ກະຊວງຍຸຕິທຳ ໄດ້ມີການພົບປະແລກປ່ຽນບົດຮຽນ ລະຫວ່າງ ສ ເກົາຫຼີ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ຈອງຮຸນ ປັກ ຮອງຫົວໜ້າພະແນກ, ກະຊວງຍຸຕິທຳ ສ ເກົາຫຼີ ຜູ້ເຂົ້າຮ່ວມມີຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ແຫ່ງສປປ ລາວ ພ້ອມດ້ວຍຄະນະ, ຕາງໜ້າ ສ ເກົາຫຼີ ພ້ອມດ້ວຍຄະນະ ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 8 ທ່ານ.

Subscribe to RSS - ສ.ເກົາຫຼີ ແລະ ສູນແກ້ໄຂ້ຂໍ້ຂັດແຍ່ງທາງດ້ານເສດຖະກິດ ພົບປະແລກປ່ຽນບົດຮຽນ