ສຳເລັດການໂຄສະນາເຜີຍແຜ່ກົດໝາຍຂອງຂະແໜງຍຸຕິທຳ ລະຍະ 6 ເດືອນຕົ້ນປີ 2017

ສຳເລັດການໂຄສະນາເຜີຍແຜ່ກົດໝາຍຂອງຂະແໜງຍຸຕິທຳ ລະຍະ 6 ເດືອນຕົ້ນປີ 2017

    ໃນ​ລະຍະ 6 ​ເດືອນ​ຕົ້ນປີ 2017 ​ຫ້ອງການ​ກົດໝາຍ ແລະ ​ໂຄສະນາ​ອົບຮົມ​ກົດໝາຍຂອງ​ພະ​ແນ​ກຍຸຕິ​ທຳແຂວງ​ວຽງຈັນ​ ແລະ​ ຫ້ອງການ​ຍຸຕິ​ທຳ 11 ​ເມືອງ​ທົ່ວ​ແຂວງ​ວຽງຈັນ ​ໄດ້​ເຄື່ອ​ນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ກົດໝາຍດ້ວຍຫຼາຍວິທີ​ ເປັນຕົ້ນ ​ລົງ​ໂຄສະນາ​ທາງ​ປາກ​ເປົ່າ​ຢູ່​ຕາ​ມບ້ານ​ ຈຳນວນ 156 ບ້ານ ​ຢູ່​ຕາມ​ໂຮງຮຽນ ມສ ​ໄດ້​ທັງໝົດ 18 ​ແຫ່ງ, ໃນ​ນັ້ນ ມີ​ຈຳນວນ​ຜູ້​ເຂົ້າຮ່ວມ​ຮັບ​ຟັງ​ ທັງໝົດ23.272 ຍິງ12.272 ຄົນ​ນອກຈາກ​ໂຄສະນາ​ທາງ​ປາກ​​ເປົ່າ​ແລ້ວ, ຍັງ​ໄດ້​ໂຄສະນາ​ຜ່ານ​ທາງ​ໜັງສືພີ​ມຂອງ​ແຂວງ​ວຽງຈັນ ​ເດືອນ​ລະ​ສອງ​ສະບັບ ​ແລະ​ ພິ​ເສດ​ໄປ​ກ່າວ​ນັ້ນ ຍັງ​ໄດ້​ເຜີຍ​ແຜ່​ກົດໝາຍທາງ​ວິທະຍຸກະຈາຍສຽງ FM 100 MZອາທິດ​ລະຄັ້ງ.

Subscribe to RSS - ສຳເລັດການໂຄສະນາເຜີຍແຜ່ກົດໝາຍຂອງຂະແໜງຍຸຕິທຳ ລະຍະ 6 ເດືອນຕົ້ນປີ 2017