ສຳມະນາກ່ຽວກັບການພັດທະນາຄວາມສາມາດໃນການສ້າງ ແລະ ກວດຮ່າງກົດໝາຍ

ກອງປະຊຸມສຳມະນາກ່ຽວກັບການພັດທະນາຄວາມສາມາດໃນການສ້າງ ແລະ ກວດກາຮ່າງກົດໝາຍ

    ກົມກົດໝາຍ, ກະຊວງຍຸຕິທຳ ຈັດກອງປະຊຸມສຳມະນາກ່ຽວກັບການພັດທະນາຄວາມສາມາດໃນການສ້າງ ແລະ ກວດກາຮ່າງກົດໝາຍ ຂຶ້ນໃນວັນທີ 30-31 ສິງຫາ 2018 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ JICA ປະຈຳລາວ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະຕີກະຊວງຍຸຕິທຳ; ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ຊ່ຽວຊານຈາກອົງການໄຈກາປະຈຳລາວ, ແຂກຖືກເຊີນຈາກບັນດາກະຊວງ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານວິຊາການຂອງກົມກົດໝາຍ ເຂົ້າຮ່ວມຈຳນວນ 77 ທ່ານ, ຍິງ 13 ທ່ານ.

Subscribe to RSS - ສຳມະນາກ່ຽວກັບການພັດທະນາຄວາມສາມາດໃນການສ້າງ ແລະ ກວດຮ່າງກົດໝາຍ