ລັດຖະມົນຕີກະຊວງຍຸຕິທຳ ເນັ້ນການສອບເສັງຄັດເລືອກ ສົກ 2018-2019 ໃຫ້ມີຄວາມໂປ່ງໃສ

ລັດຖະມົນຕີກະຊວງຍຸຕິທຳ ເນັ້ນການສອບເສັງຄັດເລືອກນັກສຶກສາລະບົບຊັ້ນສູງ ແລະ ລະບົບເຊື່ອມຕໍ່ປະລິນຍາຕີ ສົກສຶກສາ 2018-2019 ໃຫ້ມີຄວາມໂປ່ງໃສ.

    ເພື່ອເຮັດໃຫ້ການສອບເສັງໃນຄັ້ງນີ້ ມີຄວາມໂປ່ງໃສ ແລະ ຍຸຕິທຳ ສະຖາບັນຍຸຕິທຳແຫ່ງຊາດ ຈັດພິທີຈົກສະຫຼາກຫົວບົດສອບເສັງລະບົບຊັ້ນສູງ ແລະ ລະບົບເຊື່ອມຕໍ່ປະລິນຍາຕີຂຶ້ນ ໃນຕອນບ່າຍຂອງວັນທີ 24 ສິງຫາ 2018; ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ຫົວໜ້າສະຖາບັນ, ບັນດາຮອງສະຖາບັນ, ຫົວໜ້າພະແນກ, ຫົວໜ້າພາກວິຊາ, ຮອງພະແນກ, ຮອງພາກ, ບັນດາຄູ-ອາຈານຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.

Subscribe to RSS - ລັດຖະມົນຕີກະຊວງຍຸຕິທຳ ເນັ້ນການສອບເສັງຄັດເລືອກ ສົກ 2018-2019 ໃຫ້ມີຄວາມໂປ່ງໃສ