ມອບ-ຮັບເຄື່ອງຊ່ວຍເຫຼືອ

ກົມຄຸ້ມຄອງລະບົບຍຸຕິທຳໄດ້ຮັບເຄື່ອງຊ່ວຍເຫຼືອຈາກອົງການມູນນິທິເອເຊຍ

          ໃນຕອນເຊົ້າຂອງວັນທີ 5 ສິງຫາ 2016 ເວລາ 8:30 ໂມງ, ກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ມີພິທິມອບ-ຮັບເຄື່ອງໃຊ້ຫ້ອງການ ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກ ອົງການມູນນິເອເຊຍ ປະຈຳ ສປປ ລາວ. ການມອບ-ຮັບເຄື່ອງດັ່ງກ່າວ ແມ່ນປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມຄຸ້ມຄອງລະບົບຍຸຕິທຳ ຕາງໜ້າໃຫ້ກະຊວງຍຸຕິທຳ ແລະ ອົງການມູນນິທິເອເຊຍ ປະຈຳ ສປປ ລາວ ກ່ຽວກັບການສະໜັບສະໜຸນວຽກງານຊ່ວຍເຫຼືອລ້າ ດ້ານກົດໝາຍ ໂດຍເປັນກຽດມອບຂອງ ທ່ານ ນາງ ນັງ ປຸຍ ຊານ ໂກນິເລຍ, ຊ່ຽວຊານຂອງອົງການມູນນິທິເອເຊຍ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ປທ. ບຸນຕາ ສ.ຜາບມີໄຊ, ຫົວໜ້າກົມຄຸ້ມຄອງລະບົບຍຸຕິທຳ ກະຊວງ ຍຸຕິທຳ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

Subscribe to RSS - ມອບ-ຮັບເຄື່ອງຊ່ວຍເຫຼືອ