ພິທີ ປິດຊຸດຝຶກອົບຮົມກົດໝາຍ ຊັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ VIII ຢູ່ກຸ່ມບ້ານຫາດໝວກ

ພິທີປິດ ຊຸດຝຶກອົບຮົມກົດໝາຍ ຊັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ VIII ຢູ່ກຸ່ມບ້ານຫາດໝວກ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ.

ຕອນເຊົ້າຂອງວັນທີ 21 ພຶດສະພາ 2018 ຜ່ານມາ, ຢູ່ທີ່ຫໍປະຊຸມກຸ່ມບ້ານຫາດໝວກ, ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີປິດ ຊຸດຝຶກອົບຮົມກົດໝາຍຊັ້ນຕົ້ນ 3 ເດືອນໃຫ້ແກ່ຄະນະພັກຮາກຖານກຸ່ມຫາດໝວກ ຊຸດທີ VIII ຂອງເມືອງ, ໂດຍການເປັນປະທານຂອງ ທ່ານ ໄຊປະເສີດ ໄພສານ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທໍາເມືອງ ເປັນກຽດເຂົ້າຮ່ວມໂດຍທ່ານ ທອງວັນ ຮັກພາສິດ ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງ, ມີທ່ານ ນາງ ຂັນຄຳ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ, ມີບັນດາຄະນະພັກຮາກຖານ, ອຳນາດການປົກຄອງບ້ານ, ສຳມະນາກອນເຂົ້າຮ່ວມຈຳນວນ 100 ຄົນ.

Subscribe to RSS - ພິທີ ປິດຊຸດຝຶກອົບຮົມກົດໝາຍ ຊັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ VIII ຢູ່ກຸ່ມບ້ານຫາດໝວກ