ພິທີມອບ-ຮັບປຶ້ມປະມວນກົດໝາຍອາຍາ ແຫ່ງ ສປປ ລາວ

ພິທີມອບ-ຮັບປຶ້ມປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ຢູ່ທີ່ໂຮງແຮມ ຄຣາວພຣາຊາ

ຢູ່ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ ກະຊວງຍຸຕິທຳ ຮ່ວມກັບ ອີຢູ ແລະ ລຸກຊຳບວກ ໄດ້ຈັດພິທີມອບ-ຮັບປຶ້ມປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ຂຶ້ນໃນວັນທີ 10 ກັນຍາ 2019 ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ, ທ່ານ ເນເວັນ ມິມິຊາ ຄະນະກຳມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນ ຂອງສະຫະພາບເອີຣົບ ແລະ ທ່ານ ນາງ ພໍເລັດຕ໌ ເລເນີດ ລັດຖະມົນຕີວ່າການກະຊວງການຮ່ວມມືເພື່ອການພັດທະນາ ແລະ ວຽກມະນຸດສະທຳ ແຫ່ງ ລາຊະອານາຈັກລຸກຊຳບວກ, ມີຜູ້ເຂົ້າຮ່ວມຈຳນວນ 100 ທ່ານ ທີ່ມາຈາກສະພາແຫ່ງຊາດ, ອຳນາດການປົກຄອງລັດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສັງຄົມ.

Subscribe to RSS - ພິທີມອບ-ຮັບປຶ້ມປະມວນກົດໝາຍອາຍາ ແຫ່ງ ສປປ ລາວ