ພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຊຸດທີ I ປະຈຳປີ 2018 ຢູ່ເມືອງ ຫົວເມືອງ

ພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຊຸດທີ I ປະຈຳປີ 2018 ຢູ່ເມືອງ ຫົວເມືອງ ແຂວງ ຫົວພັນ.

ໃນວັນທີ 17 ຕຸລາ 2018 ນີ້. ຫ້ອງການຍຸຕິທຳເມືອງ ຫົວເມືອງ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ຫົວເມືອງ ແຂວງ ຫົວພັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກເມືອງ ເຈົ້າເມືອງ ຫົວເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ແຂກຖືກເຊີນ, ຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

Subscribe to RSS - ພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຊຸດທີ I ປະຈຳປີ 2018 ຢູ່ເມືອງ ຫົວເມືອງ