ພະແນກຍຸຕິທຳແຂວງ ຫຼວງພະບາງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ງອຍ ແຂວງ ຫຼວງພະບາງ

ພະແນກຍຸຕິທຳແຂວງ ຫຼວງພະບາງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ງອຍ ແຂວງ ຫຼວງພະບາງ

ໃນຕອນ​ເຊົ້າ​ຂອງ​ວັນ​ທີ 29 ມິຖຸນາ 2018 ພະ​ແນ​ກຍຸຕິ​ທໍາ​ແຂວງ ຫຼວງພະ​ບາງ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VII ປະຈຳ​ປີ 2018 ຢູ່ທີ່​ຫ້ອງປະຊຸມ​ໃຫຍ່​ເທດສະບານ​ເມືອງ ງອຍ ແຂວງ ຫຼວງພະ​ບາງ ​ໂດຍ​ການ​​ເປັນ​ປະທານຂອງທ່ານ ຄຳ​ດີ ຈິດຕະປັນຍາ​ ຮອງ​ເລຂາ​ພັກ​ເມືອງ ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ, ​ເຂົ້າ​ຮ່ວມ ມີ​ທ່ານ ມີ​ໄຊ ​ໄຊ​ເກີ​ຢ່າ​ຈົ່ງ​ຕົວ ຫົວໜ້າພະແນກຍຸຕິທໍາແຂວງ ​ຫຼວງພະ​ບາງ, ​ມີຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ,​ ທ່ານຜູ້ຕາງໜ້າຈາກ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ ​ແລະ ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮຽນທັງໝົດ 64 ຄົນ, ຍິງ 17 ຄົນ.

Subscribe to RSS - ພະແນກຍຸຕິທຳແຂວງ ຫຼວງພະບາງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ງອຍ ແຂວງ ຫຼວງພະບາງ