ພະແນກຍຸຕິທຳແຂວງ ຫົວພັນ ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ພະແນກຍຸຕິທຳແຂວງ ຫົວພັນ ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ

     ພະແນກຍຸຕິທຳແຂວງຫົວພັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນສານ ແລະ ວຽກງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານຂື້ນ ໃນວັນທີ 4 ພຶດສະພາ 2017 ຢູ່ທີຫ້ອງປະຊຸມ ຊັ້ນ II ຂອງຫ້ອງການປົກຄອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນທອງ ເພັດໄຊສົມພັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດເສດຖະກິດ. ມີຜູ້ຕາງໜ້າມາຈາກສະພາປະຊາຊົນແຂວງ, ພະ ແນກການເງິນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກແຜນການ ແລະ ການລົງທຶນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະນັກງານຂອງຫ້ອງທີ່ກ່ຽວຂ້ອງ ຂອງພະແນກຍຸຕິທຳເຂົ້າຮ່ວມນຳ.

 

Subscribe to RSS - ພະແນກຍຸຕິທຳແຂວງ ຫົວພັນ ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ