ພະແນກຍຸຕິທຳແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບ ກວດກາປະເມີນຜົນ

ພະແນກຍຸຕິທຳແຂວງ ໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບ ກວດກາປະເມີນຜົນ ການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານປະຈຳປີ 2018

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 27 ພະຈິກ 2018 ທີ່ຜ່ານມາ ຢູ່ພະແນກຍຸຕິແຂວງ ໄຊຍະບູລີ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ແລະ ສະຫາຍ ອາເມ ຊົງເຢັຽເລັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ມີທີມງານຂອງແຂວງລົງກວດກາໜ່ວຍພັກໃນຄັ້ງນີ້ໂດຍແມ່ນ ສະຫາຍ ສົມເພັດ ຫຼຽນທອງ ຫົວໜ້າອົງການໄອຍະການປະຊົນຊົນແຂວງ ພ້ອມດ້ວຍຄະນະ, ມີຄະນະໜ່ວຍພັກ, ມີສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດຈຳນວນ 44 ສະຫາຍ, ຍິງ 19 ສະຫາຍ.

Subscribe to RSS - ພະແນກຍຸຕິທຳແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບ ກວດກາປະເມີນຜົນ