ພະແນກຍຸຕິທຳແຂວງຄຳມ່ວນ ຈັດກິດຈະກຳວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ພະແນກຍຸຕິທຳແຂວງຄຳມ່ວນ ຈັດກິດຈະກຳວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

8    ທີ່ພະແນກຍຸຕິທຳ ແຂວງຄຳມ່ວນ, ຄະນະພະແນກ ໄດ້ຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນເຊົ້າຂອງວັນທີ 01 ມີຖຸນາ 2017 ໂດຍການນຳພາຂອງ ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ພ້ອມດ້ວຍອ້າຍນ້ອງພະນັກງານ-ລັດຖະກອນ ພ້ອມກັນປູກຕົ້ນໄມ້ຢູ່ພະແນກຍຸຕິທຳແຂວງ ແລະ ຈັດກິດຈະກຳຕ່າງໆ ເພື່ອສົ່ງເສີມຄວາມສາມາດ ແລະ ພອນສະຫວັນຂອງເດັກ ຫຼັງຈາກນັ້ນ ຄະນະພະແນກຍຸຕິທຳ ກໍໄດ້ມອບຂອງຂັວນ ແລະ ລາງວັນໃຫ້ເດັກ.

 

Subscribe to RSS - ພະແນກຍຸຕິທຳແຂວງຄຳມ່ວນ ຈັດກິດຈະກຳວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ