ປຶກສາຫາລືຮ່າງກົດໝາຍວ່າດ້ວຍອົງການກາແດງລາວ

ກະຊວງຍຸຕິທຳ ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລືຮ່າງກົດໝາຍວ່າດ້ວຍອົງການກາແດງລາວ

     ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລືຮ່າງກົດໝາຍວ່າດ້ວຍອົງການກາແດງລາວ ໃນວັນທີ 9 ມັງກອນ 2017 ໂດຍການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ, ພະແນກ ແລະ ພະນັກງານວິຊາການຂອງກົມກົດໝາຍ ກະຊວງຍຸຕິທຳ, ອົງການກາແດງ ລາວ, ຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ ເຂົ້າຮ່ວມ.

Subscribe to RSS - ປຶກສາຫາລືຮ່າງກົດໝາຍວ່າດ້ວຍອົງການກາແດງລາວ