ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບ ເອກອັກຄະລັດຖະທູດ ຣາຊະອານາຈັກໄທ

ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບ ເອກອັກຄະລັດຖະທູດ ຣາຊະອານາຈັກໄທ ແລະ ເອກອັກຄະລັດຖະທູດ ສາທາລະນະລັດ ອິນໂດເນເຊຍ ຄົນໃໝ່ ປະຈຳ ສປປ ລາວ

    ໃນຕອນ​ບ່າຍຂອງວັນທີ 21 ມິຖຸນາ 2018 ທີ່ຫ້ອງ​ຮັບ​ແຂກ​ ຂອງກະຊວງຍຸຕິທຳ ທ່ານ ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ກຽດຕິ​ຄຸນ ຊາດ​ປະ​ເສີນ ​ເອກ​ອັກຄະ​ລັດຖະທູດຣາຊະ​ອານາຈັກ​ໄທ​ ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານໄດ້​ມາ​ດຳລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກຄະ​ລັດຖະທູດ​​​ໄທ ຄົນ​ໃໝ່ ປະຈຳ ສປປ ລາວ.

    ທັງສອງຝ່າຍ ກໍ່ໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳໃຫ້ກັນ  ໄດ້ຮັບຊາບ  ​ພ້ອມ​ທັງປຶກສາ​ຫາລື​ວຽກງານ​ການ​ປະສານ​ສົມທົບ ​ແລະ ການ​ພົວພັນ​ຮວ່ມມື​ຊວ່ຍ​ເຫຼືອ​ເຊິ່ງກັນ ​ແລະ ​ກັນ​ ​​ໃນ​​ຕໍ່ໜ້າ.

Subscribe to RSS - ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບ ເອກອັກຄະລັດຖະທູດ ຣາຊະອານາຈັກໄທ