ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າພົບຂອງ ທ່ານ ແສງດາວ ແກ້ວຂາວມະນີ
Submitted by wickyboubphalyvanh on
ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ຕ້ອນຮັບການເຂົ້າພົບຂອງ ທ່ານ ແສງດາວ ແກ້ວຂາວມະນີ ຄະນະພັກ ຮອງປະທານກວດກາສູນກາງຊາວໜຸ່ມ, ຫົວໜ້າກົມກວດກາ ສູນກາງຊາວໜຸ່ມ ພ້ອມດ້ວຍຄະນະ. ໃນໂອກາດໄດ້ມາເຮັດວຽກຮວ່ມກັນ ລະຫວ່າງຄະນະກວດກາ ສູນກາງຊາວໜຸ່ມ ແລະ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ.