ຍຸຕິທຳນະຄອນຫຼວງ ເປີດຊຸດອົບຮົມກົດໝາຍໃຫ້ພະນັກງານຫຼັກແຫຼ່ງ

ພະແນກຍຸຕິທຳນະຄອນຫຼວງ ເປີດຊຸດອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງໃນ 9 ຕົວເມືອງ.

   ພິທີທີເປີດຊຸດອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງ ໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ໃນວັນທີ 31 ກໍລະກົດ 2018 ທີ່ຫ້ອງປະຊຸມສໍານັກງານປົກຄອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ບຸນເພັງ ສີນະວົງພອນ ກຳມະການພັກ ນະຄອນຫຼວງ ຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນຕາ ສໍຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳ (ນວ) ມີບັນດາຫົວໜ້າກົມ, ຫົວໜ້າພະແນກການ, ເມືອງ, ຄູ-ອາຈານ ທີ່ມາຈາກກະຊວງອ້ອມຂ້າງ ແລະ ນັກສຳມະນາກອນຈຳນວນ 64 ທ່ານ, ຍິງ 19 ທ່ານ ເຂົ້າຮ່ວມ.

Subscribe to RSS - ຍຸຕິທຳນະຄອນຫຼວງ ເປີດຊຸດອົບຮົມກົດໝາຍໃຫ້ພະນັກງານຫຼັກແຫຼ່ງ