ຊາວໜຸ່ມພະແນກຍຸຕິທຳແຂວງອັດຕະປື ສະຫຼຸບຜົນງານ 5 ປີ

ຊາວໜຸ່ມພະແນກຍຸຕິທຳແຂວງ ອັດຕະປື ສະຫຼຸບຜົນງານ 5 ປີ

ຕອນເຊົ້າຂອງວັນທີ 16 ສິງຫາ 2019 ເວລາ 8 ໂມງ 00 ນາທີ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳ ແຂວງອັດຕະປື ໄດ້ໄຂກອງປະຊຸມໜ່ວຍຊາວໜຸ່ມຄັ້ງທີ III ປີ 2019 ຂຶ້ນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຫັດສະໄນ ສີບຸນເຫຼືອງ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາໜ່ວຍພັກ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ຄຳໄໝ ແສງມະນີ ຄະນະພັກພະແນກຍຸຕິທຳ ຮອງຫົວໜ້າພະແນກຍຸຕິທຳແຂວງອັດຕະປື ແລະ ສະຫາຍ ວິໄລ ໄຊຍະວົງສາ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳ ແຂວງອັດຕະປື ມີຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະ ກວດກາ ພ້ອມດ້ວຍເລຂາໜ່ວຍຊາວໜຸ່ມຂອງບັນດາພະແນກການ, ອົງການທຽບເທົ່າອອ້ມຂ້າງແຂວງ ແລະ ສະມາຊິກຊາວໜຸ່ມພາຍໃນພະແນກເຂົ້າຮ່ວມ.

Subscribe to RSS - ຊາວໜຸ່ມພະແນກຍຸຕິທຳແຂວງອັດຕະປື ສະຫຼຸບຜົນງານ 5 ປີ