ກົມສົ່ງເສີມລະບົບຍຸຕິທຳເປີດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ທີ່ແຂວງອຸດົມໄຊ

ກົມສົ່ງເສີມລະບົບຍຸຕິທຳເປີດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ທີ່ແຂວງອຸດົມໄຊ

ກົມສົ່ງເສີມລະບົບຍຸຕິທຳ, ກະຊວງຍຸຕິທຳ ໂດຍການສະໜັບສະໜູນຂອງອົງການມູນນິທິເອເຊຍປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມຄູຝຶກວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍຂຶ້ນ ໃນວັນທີ 17 ທັນວາ 2018 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ຄຳແສນ ຊາວມົ້ງວື້ ຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ, ແລະ ທ່ານ ນາງ ວາດສະໜາ ສິນທະວົງ ພ້ອມດ້ວຍນັກຝຶກອົບຮົມທັງໝົດ 33 ທ່ານ, ຍິງ 6 ທ່ານ ຊຶ່ງມາຈາກ ພະແນກຍຸຕິທຳແຂວງ ແລະ ບັນດາຫ້ອງການຍຸຕິທຳເມືອງ.

Subscribe to RSS - ກົມສົ່ງເສີມລະບົບຍຸຕິທຳເປີດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ທີ່ແຂວງອຸດົມໄຊ