ກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທໍາ ລົງມາເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງບໍ່ແກ້ວ

ກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທໍາ ລົງມາເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງ ບໍ່ແກ້ວ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2019 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ເປີດກອງປະຊູມຝຶກອົບຮົມ ການຂຽນກໍານົດຕໍາແໜ່ງງານຂຶ້ນ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທໍາ ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ, ມີບັນດາ ຮອງຫົວໜ້າພະແນກ, ຫົວໜ້າ ຫຼື ຮອງຫົວໜ້າຂະແໜງ, ຕາງໜ້າຈາກຫ້ອງການຍຸຕິທໍາເມືອງ 04 ເມືອງ ແລະ ຄູຝຶກທີ່ມາຈາກກະຊວງ ຕະຫຼອດຮອດພະນັກງານວິຊາການພາຍໃນພະແນກຍຸຕິທໍາແຂວງເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 13 ທ່ານ.

Subscribe to RSS - ກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທໍາ ລົງມາເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງບໍ່ແກ້ວ